ຫົວ​ຂໍ້​ວັດທະນະທຳ,ການສຶກສາ​ ​ແລະ ລ້ຽງດູ​ເບິ່ງ​ແຍງ​ຜູ້​ເຖົ້າກາຍ​ເປັນ​ຫົວ​ຂໍ້​ຈຸດ​ເດັ່ນ​ທີ່​ສະມາຊິກສະພາ​ປຶກສາ​ການ​ເມືອງ​ປະຊາຊົນແຫ່ງ​ຊາດ​ຈີນ​ສົນ​ໃຈ​ນຳ
2017-03-04 15:04:38  cri 

ຕອນ​ບ່າຍ​ວັນ​ທີ 3 ມີນາ​ນີ້, ກອງ​ປະຊຸມ​ປະຈຳ​ປີສະພາ​ປຶກສາ​ການ​ເມືອງ​ປະຊາຊົນແຫ່ງ​ຊາດ​ຈີນ​​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ​​ໃນ​ກອງ​ປະຊຸມ​ປີ​ນີ້, ຫົວ​ຂໍ້​ວັດທະນະທຳ ​ແລະ ການສຶກສາ​ກາຍ​ເປັນ​ຫົວ​ຂໍ້​ຈຸດ​ເດັ່ນ​ທີ່​ສະມາຊິກສະພາ​ປຶກສາ​ການ​ເມືອງ​ປະຊາຊົນແຫ່ງ​ຊາດ​ຈີນສົນ​ໃຈ​ນຳ.

ໃນ​ໄລຍະ​ກອງ​ປະຊຸມ​ສອງ​ສະພາ​ປີ​ນີ້, ຫົວ​ຂໍ້​ການສຶກສາ​ຍັງ​​ເປັນ​ຈຸດ​ສຸມ​ທີ່​ຄົນ​ທັງຫຼາຍ​ສົນ​ໃຈ​ນຳ. ນອກ​ນີ້, ການ​ລ້ຽງ​ດູ​ເບິ່ງ​ແຍງຜູ້​ເຖົ້າ​ ​ໂດຍ​ສະ​ເພາະ​ແມ່ນ​ຄອບຄົວທີ່​ມີ​ລູກ​ຜູ້​ດຽວ​ເຮັດ​ແນວ​ໃດ​ລ້ຽງບູ​ເບິ່ງ​ແຍງ​ຜູ້​ເຖົ້າ​ແມ່ນ​ບັນຫາ​ທີ່​ສະມາຊິກ​ສະພາ​ປຶກສາ​ການ​ເມືອງ​ເອົາ​ໃຈ​ໃສ່​ນຳ. ​ໃນ​ຫຼາຍ​ປີ​ຜ່ານມາ​ນີ້, ວັດ​ທະ​ນະ​ທຳ​ທີ່ມີ​ມູນ​ເຊື້ອ​ຂອງ​ຈີນ​ໄດ້​ກາຍ​ເ​ປັນ​ບັນຫາ​ຈຸດ​ເດັ່ນ​ອີກ, ​ເຮັດ​ແນວ​ໃດ​​​ເພື່ອ​ເຮັດໃຫ້​ວັດ​ທະນະ​ທຳ​ທີ່​ດີງາມ​ຂອງ​ຈີນ​ກ້າວ​ໄປ​ສູ່​ໂລກ, ​ໃຫ້​ປະ​ເທດຕ່າງໆ ​ແລະ ຄົນທັງຫຼາຍ​ສຳຜັດ​ກັບຄວາມ​ງາມຂອງ​ວັດທະນະທຳ​ຈີນໃຫ້​ຫຼາຍ​ກວ່າ​ເກົ່າ. ນີ້​ແມ່ນຫົວ​ຂໍ້​ທີ່ພວກ​ສະມາຊິກ​ສະພາສົນ​ໃຈນຳ​ຢ່າງ​ຕໍ່​ເນື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ