ຕອນບ່າຍວັນທີ 3 ມີນານີ້, ກອງປະຊຸມປະຈຳປີສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄຂຂຶ້ນຢ່າງເປັນທາງການ. ໃນກອງປະຊຸມປີນີ້, ຫົວຂໍ້ວັດທະນະທຳ ແລະ ການສຶກສາກາຍເປັນຫົວຂໍ້ຈຸດເດັ່ນທີ່ສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສົນໃຈນຳ.
ໃນໄລຍະກອງປະຊຸມສອງສະພາປີນີ້, ຫົວຂໍ້ການສຶກສາຍັງເປັນຈຸດສຸມທີ່ຄົນທັງຫຼາຍສົນໃຈນຳ. ນອກນີ້, ການລ້ຽງດູເບິ່ງແຍງຜູ້ເຖົ້າ ໂດຍສະເພາະແມ່ນຄອບຄົວທີ່ມີລູກຜູ້ດຽວເຮັດແນວໃດລ້ຽງບູເບິ່ງແຍງຜູ້ເຖົ້າແມ່ນບັນຫາທີ່ສະມາຊິກສະພາປຶກສາການເມືອງເອົາໃຈໃສ່ນຳ. ໃນຫຼາຍປີຜ່ານມານີ້, ວັດທະນະທຳທີ່ມີມູນເຊື້ອຂອງຈີນໄດ້ກາຍເປັນບັນຫາຈຸດເດັ່ນອີກ, ເຮັດແນວໃດເພື່ອເຮັດໃຫ້ວັດທະນະທຳທີ່ດີງາມຂອງຈີນກ້າວໄປສູ່ໂລກ, ໃຫ້ປະເທດຕ່າງໆ ແລະ ຄົນທັງຫຼາຍສຳຜັດກັບຄວາມງາມຂອງວັດທະນະທຳຈີນໃຫ້ຫຼາຍກວ່າເກົ່າ. ນີ້ແມ່ນຫົວຂໍ້ທີ່ພວກສະມາຊິກສະພາສົນໃຈນຳຢ່າງຕໍ່ເນື່ອງ.