ການ​ເຈລະຈາ​ສັນຕິພາບ​ເຊີ​ແນວ​ກ່ຽວກັບ​ບັນຫາ​ຊີຣີສິ້ນ​ສຸດ​ລົງ​ເມື່ອມີ​ຄວາມ​ເຫັນ​ເປັນ​ເອກະພາບກັນຕໍ່ວາລະຕົ້ນຕໍ​ຂອງການ​ເຈລະຈາ​ໃນ​ຂັ້ນ​ຕໍ່​ໄປ
2017-03-04 16:13:28  cri 

ຕອນ​ຄ່ຳ​ວັນ​ທີ 3 ມີນາ​ນີ້, ຢູ່​ເຊີ​ແນວ, ທ່ານ​ສະ​ດາ​ຟານ ​ເດ ມີ​ສະ​ດູຣາ ທູດ​ພິ​ເສດ​ບັນຫາຊີຣີຂອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດປະກາດ​ວ່າ, ​ໂດຍ​ຜ່ານການ​ເຈລະຈາ​ດຸ​ເດືອດທີ່​ເປັນ​ເວລາ 9 ມື້, ການ​ເຈລະຈາ​ສັນຕິພາບ​ເຊີ​ແນວ​ກ່ຽວກັບ​ບັນຫາ​ຊີຣີສິ້ນ​ສຸດ​ລົງ​​ໃນ​ມື້​ດຽວ​ກັນ. ການ​ເຈລະຈາ​ຮອບ​ໜ້າ​ຈະ​ເລິ່ມ​ແຕ່​ທ້າຍ​ເດືອນ​ມີນາ​ນີ້.

​ໃນ​ກອງ​ປະຊຸມ​ຂ່າວ, ທ່ານເດ ມີ​ສະ​ດູຣາກ່າວ​ວ່າ, ​ເຖິງ​ການ​ເຈລະຈາ​ຮອບ​ນີ້​ບໍ່​ໄດ້​ມີການ​ບຸກທະລຸ​ອັນ​ສຳຄັນ, ​ແຕ່​ໃນ​ຕອນ​ທ້າຍ​ຂອງ​ການ​ເຈລະຈາ​ຮອບ​ນີ້, ຄະນະ​ຜູ້​ແທນ​ລັດຖະບານ​ຊີຣີ ກັບ ຄະນະ​ຜູ້​ແທນ​ຝ່າຍ​ຄ້ານຊີຣີ​ທີ່​ເຂົ້າ​ຮ່ວມການ​ເຈລະຈາ​ໄດ້ກ້າວ​ເຖິງມີ​ຄວາມ​ເຫັນ​ເປັນ​ເອກະພາບກັນຕໍ່ວາລະຕົ້ນຕໍ​ຂອງການ​ເຈລະຈາ​ໃນ​ຂັ້ນ​ຕໍ່​ໄປ ​ເຊິ່ງ​ໄດ້​ສ້າງ​ພື້ນຖານ​ທີ່​ດີງາມ​ຕໍ່​ກາ​ນ​ເຈລະຈາ​ສັນຕິພາບຮອບ​ໜ້າ.

ໃນ​ຕົ້ນ​ປີ 2016, ລັດຖະບານ​ຊີ​ຣີ ກັບ ຜູ້​​ຕາງໜ້າ​ຝ່າຍ​ຄ້ານ​ຊີຣີ​ໄດ້​ຈັດການ​ເຈ​ລະ​ຈາ​ສັນຕິພາບ​ຫຼາຍ​ເທື່ອ​ຢູ່​​ເຊີ​ແນວ, ​ແຕ່​ຍ້ອນ​ວ່າຄວາມ​ເຫັນ​ຂັດ​ແຍ່ງ​ກັນ​ຫຼາຍ, ສອງ​ຝ່າຍ​​ໄດ້ຢຸດ​ຕິ​ການ​ເຈລະຈາ​ໃນ​​ເດືອນ​ເມສາ​ປີ 2016.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ