5 ບໍລິສັດ​ຂອງ​ຈີນ​ຈະ​ລົງທຶນ​ຢູ່​ຟິລິບ​ປິນ 10 ຕື້​ໂດ​ລາ​ສະຫະລັດ
2017-03-06 15:32:39  cri 

ໜັງສືພິມ "ມະນາລີບູ​ເລ​ຕິນ" ຂອງ​ຟິລິບ​ປິນສະບັບ​ວັນ​ທີ 4 ມີນາ​ລາຍ​ງານ​ວ່າ, ທ່ານ​ໂຣ​ໂດນ​ໂຟ ຜູ້​ຮັບຜິດຊອບ​ອົງການ​ລົງທຶນ​ແຫ່ງ​ຊາດ​ຟິລິບ​ປິນ ຢືນຢັນ​ຫວ່າງ​ມໍ່ໆ​ນີ້​ວ່າ: 5 ບໍລິສັດ​ຂອງ​ຈີນ ຄື ບໍລິສັດ​ເຕັກນິກ​ການບິນ​ສາກົນ​ຈີນ​ຫຸ້ນ​ສ່ວນ​ຈຳກັດ, ກຸ່ມ​ບໍລິສັດ​​ໂບຣາຫຼຽວໜິງຫຸ້ນ​ສ່ວນ​ຈຳກັດ, ບໍລິສັດ​ການ​ຄຸ້ມ​ຄອງ​ມູນ​ນິທິ​ການ​ລົງທຶນ​ຮຸ້ຍລີ້​ຈຳກັດ, ບໍລິສັດ​ອຸດສາຫະກຳ​ໜັກ​ວ້ານຢາງ​ຕ້າຫຼຽນຈຳກັດ ​ແລະ ບໍລິສັດ​ຢີ້ຕິງ​ໄທ້​ສາກົນ ຈະ​ລົງທຶນ​ຢູ່​ປະ​ເທດ​ຕົນ​ກວ່າ 10 ຕື້​ໂດ​ລາ​ສະຫະລັດ ​​ແລະ​ການ​ລົງທຶນ​ດັ່ງກ່າວ​ຈະ​ສາມາດ​ສ້າງ​ຕຳ​ແໜ່​ງວຽກ​ງານ​ໄດ້​ເຖິງ 15.000 ຕຳ​ແໜ່​ງ.

ປັດຈຸບັນ, 5 ບໍລິສັດ​ດັ່ງກ່າວ​ພວມ​ສຶກສາ​ຄວາມ​​ເປັນ​ໄດ້​ໃນ​ການ​ລົງທຶນ ​ໂດຍ​ຄາດ​ວ່າຈະ​​ເຮັດສຳ​ເລັດ​ໃນ​ປີ​ນີ້ ​ແລະ​ຖ້າ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ກໍ​ຖື​ວ່າຈະ​ເປັນ​ການ​ລົງທຶນ​ຄັ້ງທຳ​ອິດ​ຢູ່​ຟິລິບ​ປິນຂອງ 5 ບໍລິສັດ​ດັ່ງກ່າວ.

ທ່ານ​ໂຣ​ໂດ​ນ​ໂຟ ກ່າວ​ຕື່ມ​ວ່າ: ​ເວົ້າລວມ​ແລ້ວ ຢູ່​ປະ​ເທດ​ຕົນ​ສາມາດ​ພັດທະນາ​ຫຼາຍຂົງ​ເຂດ, ຂະນະ​ທີ່​ພວກ​ຂ້າພະ​ເຈົ້າກໍ​ຕັ້ງໜ້າ​ຮ່ວມ​ມື​ການ​ພັດທະນາ​ກັບ​ວິ​ສາ​ຫະກິດ​ຈີນ ​ເພື່ອ​ພັດທະນາ​ສາຍ​ພົວພັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ຕໍ່​ເນື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ