ເບຣຊິນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ຈາກ​ການ​ລົງທຶນ​ຂອງ​ຈີນ
2017-03-06 15:50:08  cri 

​ເວັບ​ໄຊ​ໜັງສືພິມ "​ແອ​ເພສ" ຂອງ​ແອ​ສປາຍ​ລາຍ​ງານ​ຫວ່າງ​ບໍ່​ດົນ​ມາ​ນີ້​ວ່າ, ປີຜ່ານມາ, ຈີນ​ໄດ້ສະ​ໜອງເງິນ​ກູ້​ໃຫ້​ແກ່​ເຂດ​ອາ​ເມ​ລິ​ກາ​ລາຕິນ​ເປັນ​ຈຳນວນຫຼາຍ, ຂະນະ​ທີ່​ເບຣຊິນ ກໍ​ເປັນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍກວ່າ​ໝູ່​ຈາກ​ການ​ລົງທຶນ​ຂອງຈີນ.

ລາຍ​ງານ​ຂ່າວ​ໄດ້​ອ້າງ​ຕາມ​ບົດ​ລາຍ​ງານ​ປະຈຳ​ປີ​ຂອງ​ສູນ​ການ​ສຶກສາ​ການສົນທະນາ​ທະວີບອາ​ເມ​ລິ​ກາ ​ແຈ້ງວ່າ: ປີ 2016, ຈີນ​ໄດ້​ປ່ອຍ​ເງິນ​ກູ້​ໃຫ້​ອາ​ເມ​ລິ​ກາ​ລາ​ຕິນ​ເຖິງ 21 ຕື້ 200 ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງລື່ນ​ຜົນລວມ​ເງິນ​ກູ້​ປະ​ເພດ​ດຽວ​ກັນ​ຂອງ​ທະນາຄານ​ໂລກ ​ແລະ ທະນາຄານ​ພັດທະນາ​ທະວີບອາ​ເມ​ລິ​ກາ ​ໃນ​ນີ້​ໄດ້​ປ່ອຍ​ເງິນ​ກູ້​ໃຫ້​ລັດຖະບານ​ແລະ​ລັດ​ວິ​ສາ​ຫະກິດ​​ເບຣຊິນ​ເຖິງ 15 ຕື້ 200 ລ້ານ​ໂດ​ລາ​ສະຫະລັດ ​ໂດຍ​ສ່ວນຫຼາຍ​ໄດ້ລົງທຶນ​ເຂົ້າ​ໃນ​ໂຄງການ​ກໍ່ສ້າງ​ພະລັງງານ​ແລະ​ພື້ນຖານ​ໂຄງ​ລ່າງ.

ປັດຈຸບັນ, ​ເບຣຊິນ​ແມ່ນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ ທັງ​ເປັນປະ​ເທດ​ເປົ້າໝາຍ​ການ​ລົງທຶນຫຼາຍອັນ​ດັບ​ໜຶ່ງ ​ແລະ ຕະຫຼາດຮັບ​ເໝົາ​ໂຄງການ​ໃຫຍ່​ອັນ​ດັບ​ສອງ​ຂອງ​ຈີນ​ຢູ່​ເຂດ​ອາ​ເມ​ລິ​ກາ​ລາຕິນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ