ກອງທັບ​ຟີ​ລິ​ບປິນຍິງຜູ້ປະກອບ​ອາວຸດ​ຢູ່​ພາກ​ໃຕ້​ຂອງ​ປະ​ເທດ​ເສຍ​ຊີວິດ​ຢ່າງ​ໜ້ອຍ 20 ຄົນ
2017-03-06 15:01:49  cri 
ວັນ​ທີ 5 ມີນາ​ນີ້, ກອງທັບ​ຟີ​ລິບ​ປິນ​ໃຫ້​ຮູ້​ວ່າ:ກອງທັບ​ຕົນໄດ້​ບຸກໂຈມ​ຕີ​ກຸ່ມ​ຫົວ​ຮຸນ​ແຮງ​ອາ​ບູ ຊາ​​ຢາ​ບຢູ່​ພາກ​ໃຕ້​ຂອງ​ປະ​ເທດ​ສອງ​ອາທິດ​ຕໍ່​ເນື່ອງ​ສົ່ງ​ຜົນ​ເຮັດ​ໃຫ້ຢ່າງ​ໜ້ອຍມີ​ຜູ້​ປະກອບ​ອາວຸດ 20 ຄົນ​ເສຍ​ຊີວິດ.
​ໂຄສົກ​ຖານ​ທັບ​ເກາະ​ມິນ​ດານາວ​ຕາ​ເວັນ​ຕົກ​ຂອງ​ກອງ​​ປະກອບ​ອາວຸດ​ຟີ​ລິບ​ປິນກ່າວ​​ໃນ​ວັນ​ທີ 5 ມີນາ​ນີ້ວ່າ: ​ເນື່ອງ​ຈາກ​ການ​ໄລ່​ລ່າ​ຕໍ່​ເນື່ອງ, ຜູ້​ປະກອບ​ອາວຸດ​ອາ​ບູ ຊາ​ຢາ​ບ​ຈຶ່ງຖືກ​​ຍິງ​ເສຍ​ຊີວິດ ​ແລະ​ນີ້​ຄື​ການ​ໂຈມ​ຕີສະກັດ​ກັ້ນການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ດັ່ງກ່າວ ຈາກ​ນີ້​ຈຶ່ງສົ່ງ​ຜົນ​ເຮັດ​ໃຫ້ກຸ່ມ​ນີ້​ບໍ່​ສາມາດຮັກສາ​ຖານ​ທີ່​ໝັ້ນ​ໄດ້​ແລະປັດຈຸ​ບັນ​ພວມ​ໂຕນ​ໜີ​ຢ່າງ​ຕໍ່​ເນື່ອງ.

ກອງທັບ​ຟີ​ລິບ​ປິນ​ຍັງ​ໄດ້​ປະກາດ​ວ່າ: ໄດ້​ພົບ​ສົບຂອງ​ຕົວ​ປະກັນທີ່​ເປັນ​ຄົນ​ເຢຍລະ​ມັນ​ຜູ້​ໜຶ່ງ​ທີ່​ຖືກ​ກຸ່ມ​ຫົວ​ຮຸນ​ແຮງ​ອາ​ບູ ຊາ​ຢາ​ບລອບ​ສັງຫານຢູ່​ເມືອງ​ອິນ​ດາ​ນານ​​ແຂວງ​ຊູ​ລູ. ຂະນະ​ທີ່ທຳ​ນຽບປະທານາທິບໍດີ​ຟີ​ລິບ​ປິນກໍ​ເປີດ​ເຜີຍ​ວ່າ: ການພົບ​ສົບ​ຜູ້​ເສຍ​ຊີວິດ​ທີ່​ເປັນຕົວ​ປະກັນນັ້ນ​ໄດ້​ເຮັດ​ໃຫ້​ກອງທັບ​ລັດຖະບານ​ມີ​ຄວາມ​ໝັ້ນ​ໃຈໄລ່​ລ່າ​ຜູ້​ປະກອບ​ອາວຸດ​ອາ​ບູ ຊາຢາ​ບ​ໄດ້​ຢ່າງ​ເດັດຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ