ທ່ານ ຟຣັງຊົວ ແຟັງລົງຈະລົງສະໝັກຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ຝຣັ່ງ
2017-03-06 16:02:20  cri 
ຕອນຄ່ຳວັນທີ 5 ມີນານີ້, ທ່ານ ຟຣັງຊົວ ແຟັງລົງ ຜູ້​ສະໝັກຈາກພັກ​ສາທາລະນະ​ລັດ​ຝ່າຍ​ຂວາ​ຂອງ​ຝຣັ່ງກ່າວ​ວ່າ​ນອກຈາກບໍ່ສົນໃຈຕໍ່ຜູ້ປະສົງໃຫ້ຕົນ​ຖອນ​​ອອກ​ຈາກ​ການ​ແຂ່ງຂັນຊິງ​ຕຳ​ແໜ່​ງປະທານາທິບໍດີ​ແລ້ວ, ຕົນ​ກໍຈະ​ສືບ​ຕໍ່​ລົງ​ສະໝັກເລືອກ​ຕັ້ງ​.

​​ເດືອນ​ພະຈິກ​ປີ 2016, ທ່ານ ​ແຟັງ​ລົງ ​ໄດ້​ຮັບ​ໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ​ທັງ​ຈາກຝ່າຍ​ຂວາ​ແລະ​ກາງຂອງ​ຝຣັ່ງ​ແລະກາຍ​ເປັນ​ຜູ້​ສະໝັກ​ຮັບ​ເລືອ​ກຕັ້ງ​ຈາກ​ສອງ​ຂົ້ວ​ການ​ເມືອງ​ນີ້.ຂະນະ​ທີ່​ໃນ​ເດືອນ​ມັງກອນ​ປີ​ນີ້, ສື່ມວນ​ຊົນ​ຝຣັ່ງ​ໄດ້​ເປີດ​ເຜີຍກໍລະນີເມຍ​ຂອງ​ທ່ານ​​ແຟັງ​ລົງ​ທີ່​ໄດ້​ຮັບ​ເງິນ​ເດືອນ​ແຕ່​ບໍ່​ໄດ້​ເຮັດ​ວຽກ​ໂຕ​ຈິງ​ໃນຕຳ​ແໜ່​ງຜູ້​ຊ່ວຍ​ສະມາຊິກ​ສະພາ ສົ່ງ​ຜົນເຮັດ​ໃຫ້​ອັດຕາ​ການສະໜັບສະ​ໜູນ​ທ່ານ​ແຟັງ​ລົງຕົກຕ່ຳລົງຢ່າງຮຸນແຮງ.

​ແນວ​​ໃດ​ກໍ​ດີ​ໃນວັນທີ 1 ມີນານີ້, ທ່ານ ​ແຟັງ​ລົງ​ໄດ້ສາລະພາບຢ່າງຈະ​ແຈ້ງວ່າຕົນຈະຮຽກ​​ໃຫ້​ດຳ​ເນີນ​ການ​ສືບສວນ​ແລະ​ຫຼັງ​ເປີດ​ເຜີຍ​ຂ່າວ​ດັ່ງກ່າວ​ແລ້ວ, ທີ​ມງານ​ຫາງ​ສຽງ​ຂອງ​ແຟັງ​ລົງຫຼາຍ​ທ່ານກໍໄດ້​ລາ​ອອກຂະນະ​ທີ່​ພັກສາ​ທາ​ລະນະ​ລັດກໍໄດ້ຮຽກຮ້ອງ​ໃຫ້​ທ່ານ​​ແຟັງ​ລົງຖອນ​ຕົວ​ອອກ​ຈາກ​ການລົງ​ສະໝັກ​​​ເລືອກ​ຕັ້ງ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ