ນາຍົກ​ກຳປູ​ເຈຍ​ອວຍພອນ​ວັນ​ແມ່ຍິງ​ສາກົນ
2017-03-06 16:26:16  cri 
ຕາມ​ຂ່າວສານ​ຈີນ: ວັນ​ທີ 4 ມີນາ​ນີ້, ທ່ານ​ຮຸນ​ເຊັນ ນາຍົກລັດຖະມົນຕີ​ກຳປູ​ເຈຍ​ໄດ້ສົ່ງ​ຄຳ​ອວຍພອນ​ອັນ​ປະ​ເສີດ​​ເຖິງ​ແມ່ຍິງ​ກຳປູ​ເຈຍ ​ເນື່ອງ​​ໃນ​ໂອກາດ​ວັນ​​ແມ່ຍິງ​ສາກົນ ທີ 8 ມີນາ ​ທີ່ຈະ​ວຽນມາ​ເຖິງ ໂດຍຜ່ານ facebook ສ່ວນ​ຕົວ​ຂອງ​ຕົນ.

ທ່ານ​ຮຸນ​ເຊັນ​ກ່າວ​ວ່າ, ລັດຖະບານເວລາໃດກໍເອົາ​ໃຈ​ໃສ່​ສູງ​ຕໍ່​ການ​ພັດທະນາ​ພາລະກິດ​ແມ່ຍິງ ​ແລະ​ໄດ້​ຖື​ເອົາ​ຄວາມ​ສະ​ເໝີ​ພາບ​ຍິງ​ຊາຍ​ເປັນ​ອີກໜຶ່ງນະ​ໂຍບາຍ​ພື້ນຖານ​. 20 ກວ່າ​ປີ​ມາ​ນີ້, ລັດຖະບານ​ໄດ້​ປະຕິບັດ​ຕາມ "ຄຳ​ຖະ​ແຫຼ​ງການ​ປັກ​ກິ່ງ" ​ແລະ "​ເນື້ອ​ໃນ​ສຳຄັນ​ໃນ​ການ​ປະຕິບັດ​ງານ" ປີ 1995, ປົກ​ປ້ອງ​ສິດທິ​ແລະ​ຜົນ​ປະ​ໂຫຍ​ດດ້ານ​ຕ່າງໆ ​ເຊັ່ນ: ​ເສດຖະກິດ, ສັງຄົມ, ການ​ເມືອງ ​ແລະ​ສຸຂະພາບ​ຂອງ​ແມ່ຍິງ.

ປັດຈຸບັນ, ຖານະ​ການ​ເມືອງ​ຂອງ​ແມ່ຍິງ​ຢູ່ລາ​ຊະ​ອານາຈັກ​ກຳປູ​ເຈຍ​ໄດ້​ຮັບ​ກາ​ນຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ໂດຍນັບ​ແຕ່​ປີ 1993 ​ເຖິງ​ປີ 2013, ອັດຕາ​ສ່ວນ​ສະມາຊິກ​ສະພາ​ເພດ​ຍິງ​ຂອງ​ກຳປູ​ເຈຍ​ໄດ້ເພີ່ມ​ຈາກ 5,8% ​ ​ຂຶ້ນ​ເປັນ 20,3%; ​ເຈົ້າ​ໜ້າ​ທີ່​ເພດ​ຍິງ​ລະດັບ​ຮອງ​ລັດຖະມົົນຕີ​ລົງມາ​ມີ​ເຖິງ 80 ກວ່າ​ຄົນ ແລະລັດຖະກອນ​ເພດ​ຍິງ​ ​ໄດ້​ເພີ່ມຈາກ 32%​ໃນ​ປີ 2007 ​ ​ຂຶ້ນ​ເປັນ 37% ​ໃນ​ປີ 2013.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ