ທ່ານ​ທ​ຣຳ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ສະ​ພາພິ​ຈາ​ລະ​ນາລັດ​ຖະ​ບານ​ໂອ​ບາ​ມາ​ໄດ້​ນຳ​ໃຊ້​ສິດ​ສືບ​ສວນ​​ຊະ​ຊາຍຫຼື​ບໍ່
2017-03-06 16:13:49  cri 
    ຕາມ​ຂ່າ​ວ​ສານ​ຊິນ​ຮ​ວາ: ທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 5 ມີ​ນານີ້​ວ່າ, ທ່ານ​ປະທາ​ນາ​ທິ​ບໍ​ດີ ໂດ​ນັນ ທ​ຣຳ ພວມ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ສະ​ພາ​ພິ​ຈາ​ລະ​ນາວ່າ ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໄດ້​ໃຊ້​ສິດ​ສືບ​ສວນຊະ​ຊາຍໃນ​ໄລ​ຍະ​ການ​ເລືອກ​ຕັ້ງ​ເມື່ອ​ປີ​ຜ່ານ​ມາຫຼື​ບໍ່.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ ພາຍຫຼັງ​ໄດ້​ຮັບ​ການ​ລາຍ​ງານ​ວ່າ ກ່ອນ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ປີ​ຜ່ານ​ມາ ອາດ​ເກີດ​ມີ​ການ​ສືບ​ສວນ​ດ້ວຍຈຸດ​ປະ​ສົງ​ທາງ​ການ​ເມືອງ ເຊິ່ງ​ເຮັດ​ໃຫ້​ຄົນ​ເປັນ​ຫ່ວງ​ ເຊິ່ງທ່ານ ໂດ​ນັນ ທ​ຣຳ​ ​ໄດ້ຮຽກ​ຮ້ອງ​ໃຫ້​ຖື​ການ​ພິ​ຈາ​ລ​ະ​ນາ​ດັ່ງ​ກ່າວ ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ຫາ​ຂໍ້​ເທັດ​ຈັງຂອງ​ກຳ​ມາ​ທິ​ການ​ຂ່າວ​ສານສະ​ພາ​ຕ່ຳ​ແລະ​ສະ​ພາ​ສູງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຣັດ​ເຊຍ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອາ​ເມ​ລິ​ກາ.

    ວັນ​ທີ 4 ມີ​ນານີ້, ທ່ານ ທ​ຣຳ ໄດ້​ໂພ​ສ​ລົງ​ສື່​ສັງ​ຄົມ​ອອນ​ໄລ​ຢ່າງ​ຕໍ່​ເນື່ອງ ໂດຍ​ຕຳ​ໜິ​ລັດ​ຖະ​ບານ​ໂອ​ບາ​ມາ​ທີ່​ລັກ​ຟັງ​​ການ​ລົງ​ໂທ​ລະ​ສັບ​ກ່ອນ​ວັນ​ເລືອກ​ຕັ້ງ​ທົ່ວ​ໄປ​ຄື ວັນ​ທີ 8 ພະ​ຈິກ​ປີ​ຜ່ານ​ມາ. ແນວ​ໃດ​ກໍ​ດີ ແຕ່​ທ່ານ ເຄວິນ ລິວ​ອິ​ສ ໂຄ​ສົກ​ຂອງ​ທ່ານ​ໂອ​ບາ​ມາ ໄດ້​ອອກ​ມາ​ປະ​ຕິ​ເສດ​ເລື່ອງ​ດັ່ງ​ກ່າວ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ