ກອ​ງ​ທັບ​ສ.ເກົາຫຼີ​ສົງ​ໄສ​ບໍ່​ຮູ້​ວ່າແມ່ນ​ຫຍັງ​ທີ່​ສ​ປ​ປ​ເກົາຫຼີ​​ຍິງ​?
2017-03-06 16:18:53  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ກົມ​ເສ​ນາ​ທິ​ການ​ປະ​ສົມ​ກອງ​ທັບ​ສ.ເກົາຫຼີ ກ່າວ​ໃນ​ວັນ​ທີ 6 ມີ​ນານີ້​ວ່າ, ສ​ປ​ປ​ເກົາຫຼີ​ໄດ້​ຍິງຫຍັງ​ກໍ່​ບໍ່​ຮູ້​ຈາກ​ແຂວງ​ພິງ​ຢົງ​ເໜືອ​ສູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາຫຼີ​ໃນ​ຕອນ​ເຊົ້າ​ມື້ດັ່ງ​ກ່າວ.

    ນອກນີ້, ຂ່າວ​ສານ​ໂຢນ​ຮັບ​ສ​ເກົາຫຼີ​​ຍັງລາຍ​ງານ​ວ່າ, ບໍ່​ຮູ້​ແມ່ນ​ຫຍັງ​ທີ່ສ​ປ​ປ​ເກົ​າຫຼີ ໄດ້​ຍິງ​ຂຶ້ນ​ຢູ່​ເຂດ​ຕົງ​ຊາງ​ຣີ​ແຂວງ​ພິງ​ຢົງ​ເໜືອ​ໃນ​ເວ​ລາ 7 ໂມງ 36 ນາ​ທີ​​ຕາມເວ​ລາ​ສ.ເກົາຫຼີ. ​ຈົນ​ມາ​ເຖິງ​ປັດ​ຈຸ​ບັນ ​ກໍຍັງ​ບໍ່​ຮູ້​ລະ​ອຽດ​​ວ່າ​ແມ່ນ​ຍິງຫຍັງ​ແທ້, ແນວ​ໃດ​ກໍ​ດີ, ກອງ​ທັບ​ກຳ​ລັງ​ວິ​ໄຈ​ປະ​ເພດ​ແລະ​ໄລ​ຍະ​ຂອງ​ສິ່ງ​ທີ່​ຖືກ​ຍິງ​ດັ່ງ​ກ່າວ.

    ວັນ​ທີ 2 ກຸມ​ພາ​ຜ່ານ​ມາ, ສ​ປ​ປ​ເກົາ​ຫຼີ ​ໄດ້​ຍິງ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ​ແລະ​ຍາວ​ແບບ​ໜ້າ​ດິນ​ສູ່​ໜ້າ​ດິນ​ຢ່າງ​ສຳ​ເລັດ​ຜົນ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ