ອິນ​ໂດ​ເນ​ເຊຍ​ດີ​ໃຈ​ທີ່​ເຫັນ​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ຕໍ່​ເນື່ອງ
2017-03-06 16:23:01  cri 
    ຕາມ​ຂ່າວ​ສານ​ຈີນ: ທ່ານ​ ຊູ​ອາ​ກາ​ນາ ພ​ຣິງ​ກາ​ນູ ທີ່​ປຶກ​ສາ​ຂອງ​ສະ​ຖານ​ທູດ​ອິນ​ໂດ​ເນ​ເຊຍ​ປະ​ຈຳ​ຈີນ ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ, ປະ​ເທດ​ຕົນ​ມີ​ຄວາມ​ຍິນ​ດີ​ທີ່​ເຫັນ​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ ແລະ​ໄດ້​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ກັບ​ຈີນ​ຢ່າງ​ໃກ້​ຊິດ, ທັງສອງ​ປະ​ເທດ​ລ້ວນ​ແຕ່​ແມ່ນ​ສະ​ມາ​ຊິກ​ຂອງ​ກຸ່ມ 20 ປະ​ເທດ ແລະ​ອັດ​ຕາ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ ຢູ່​ແຖວ​ໜ້າ​ມາ​ໂດຍ​ຕະຫຼອດ​ໃນ​ກຸ່ມ​ດັ່ງ​ກ່າວ.

    ທ່ານ ພ​ຣິງ​ກາ​ນູ ກ່າວ​ຕື່ມ​ວ່າ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ ໄດ້​ສ້າງ​ໂອ​ກາດ​ການ​ພັດ​ທະ​ນາ​ທີ່​ໃຫຍ່ຫຼວງ​ມາ​ສູ່​ປະ​ເທດ​ອື່ນ ເຊິ່ງປະ​ເທດ​ຕົນ​ຫວັງ​ວ່າ​ຈະ​ສື​ບ​ຕໍ່​ລົງ​ເລິກ​ແລະ​ເປີດກວ້າງ​ການ​ຮ່ວມ​ມື​ທີ່​ດີ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ.

    ເມື່ອ​ກ່າວ​ເຖິງກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ', ທ່ານ ພ​ຣິງ​ກາ​ນູ​ ກ່າວ​ໂດຍ​ສັງ​ເກດ​ເຫັນ​ວ່າ: ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພຶດ​ສະ​ພາ​ປີນີ້ ແລະ​ກໍ​ຫວັງ​ຕໍ່ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ ຈະ​ສາ​ມາດ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ທົ່ວ​ໂລກ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ພາ​ກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ໄດ້​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ