ນັກວິຊາການ​ກຳປູ​ເຈຍ​ເຫັນ​ເສດຖະກິດ​ຈີນ​ມີ​ບົດບາດ​​ຕໍ່​ເສດຖະກິດ​ແລະ​ການ​ພັດທະນາຂອງ​ພາກ​ພື້ນ​​ແລະໂລກ
2017-03-07 10:40:10  cri 
ທ່ານ​ຄົງ​ຟົກ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ກຳ​ປູ​ເຈຍ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ກ່ອນໜ້າ​ນີ້​ບໍ່​ດົນ​ວ່າ: ການ​ໄຂ​ກອງ​ປະຊຸມ​ສອງ​ສະພາ​ຂອງ​ຈີນ​ເປັນ​ເຫດການ​ໃຫຍ່ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຊາວ​ໂລກ.

ທ່ານ​ຄົງ​ຟົກ​ກ່າ​ວວ່າ: ການ​ທີ່​ເສດຖະກິດ​ຈີນ​​ໄດ້​ຮັບ​ການພັດທະນາ​ຢ່າງ​ໜັກ​ແໜ້ນນັ້ນ​ໄດ້​ສ້າງບົດບາດ​ສຳຄັນ​ທີ່​ສຸດ​ຕໍ່​ເສດຖະກິດ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ, ກຳປູ​ເຈຍ​​ແລະ​ປະ​ເທດ​ອື່ນໆ​ລ້ວນ​ແຕ່​ຕິດຕາມ​ຢ່າງ​​ໃຈ​ຈົດ​ໃຈ​ຈໍ່​ວ່າຈີນ​ຈະ​ປະຕິບັດ​ນະ​ໂຍບາຍ​ການ​ປະຕິ​ຮູບ​ເສດຖະກິດ​ໃນ​ບາດກ້າວ​ຕໍ່​ໄປ​ແນ​ວ​ໃດ.

ທ່ານ​ຄົງ​ຟົກ​ຢືນຢັນ​ວ່າ: ກຳປູ​ເຈຍ-ຈີນ​​ມີ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ສອງ​ປະ​ເທດມີ​ພື້ນຖານ​ການ​ຮ່ວມ​ມື​ທີ່​ດີ​ໂດຍໃນ​ໄລຍະ​ຜ່ານ​ມາ, ກຳປູ​ເຈຍ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ທັງມີ​ຄວາມ​ຫວັງ​ຕໍ່​ການ​ກໍ່ສ້າງ​ທາງ​ລົດ​ໄຟ​​ໃນອາຊີ, ການ​ພັດທະນາລົດ​ໃຊ້​ພະລັງງານ​ແກັ​ສທຳ​ມະ​ຊາດ​ແລະ​ລະບົບ​ພະລັງງານ​ໃໝ່​ອື່ນໆ. ຂະນະ​ດຽວ​ກັນ,ສະ​ຖາ​ບັນ​ຜູ້​ຊົງ​ຄຸນ​ວຸດ​ທິກຳປູ​ເຈຍ​​ໄດ້​ຄົ້ນຄວ້າບົດ​ລາຍ​ງານ​ວຽກ​ງານຂອງ​ລັດຖະບານຈີນ​ເທື່ອ​ນີ້​ຢ່າງ​ລະອຽດ​ແລະ​ໄດ້ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ລັດຖະບານ​ຕົນ​ເພື່ອ​ເຮັດ​ໃຫ້ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງປະ​ເທດໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ແທ້​ຈິງຈາກ​ທິດ​ທາງ​ນະ​ໂຍບາຍ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ