ປະທານາທິບໍດີ​ອາ​ເມ​ລິ​ກາອອກດຳລັດ​ຈຳກັດ​ຄົນ​ຕ່າງປະ​ເທດ​ເຂົ້າ​ເມືອງ
2017-03-07 16:20:59  cri 

ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ ​ໄດ້​ອອກດຳລັດ​ສະບັບໃໝ່​ໃນ​ວັນ​ທີ 6 ມີນາ​ນີ້ ​ໂດຍ​ໄດ້​ປ່ຽນແປງດຳລັດ​ຈຳກັດ​ຄົນ​ຕ່າງປະ​ເທດ​ເຂົ້າ​ເມືອງ​ທີ່​ປະກາດ​ໃຊ້​ໃນ​ເດືອນ​ທຳ​ອິດຫຼັງ​ຂຶ້ນດຳລົງ​ຕຳ​ແໜ່​ງ​ ແຕ່ກໍ​ເກີດ​ການ​ວິພາກ​ວິຈານຢ່າງ​ໜາ​ຫູ ທັງ​ຖືກ​ສານ​ສະຫະລັດ​ງົດ​ໄວ້​ນັ້ນ ​​ໄດ້​ປະກາດ​ໃຊ້​ອີກ​ຄັ້ງ​ໃໝ່, ຂະນະ​ທີ່​ດຳລັດ​ເກົ່າ​​ຖືກ​ຍົກ​ເລີກ​ໃນ​ມື້​ດຽວ​ກັນ.
ດຳລັດ​ໃໝ່​ຈະ​ມີ​ຜົນ​ບັງ​ຄັບໃຊ້​​ແຕ່​ວັນ​ທີ 16 ມີນາ​ນີ້​ເປັນຕົ້ນ​ໄປ ​ໂດຍ​ໄດ້​ກຳນົດ​ໃຫ້​ຢຸດປະຕິບັດ​ໂຄງການ​ຊາວ​ອົບ​ພະຍົບທົ່ວ​ໂລກ​ເຂົ້າ​ອາ​ເມ​ລິ​ກາ​ພາຍ​ໃນ 120 ວັນ ​ແລະ ຫ້າມ​ບໍ່​ໃຫ້​ພົນລະ​ເມືອງ​ຊູ​ດັງ, ຊີຣີ, ອີຣານ, ລີ​ບີ, ​ໂຊ​ມາລີ ​ແລະ ​ເຢ​ເມນ​ເຂົ້າອາ​ເມ​ລິ​ກາ​ພາຍ​ໃນ 90 ວັນ. ນອກ​ນີ້, ທ່ານ​ທຣຳ ຍັງ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ຕ່າງໆ​ຂອງປະທານາທິບໍດີ​ນຳອີກ.

​ດຳລັດ​ໃໝ່​ໄດ້​ຍົກ​ເລີກ​ຂໍ້​ກຳ​ນົດທີ່​ຫ້າມ​ບໍ່​ໃຫ້​ພົນລະ​ເມືອງ​ອີຣັກ​ເຂົ້າ​ເມືອງ ທັງ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ​ຜູ້​ຖື​ບັດຂຽວ​ອາ​ເມ​ລິ​ກາ ​ແລະ ມີ​ວີ​ຊາ​ທີ່​ໃຊ້​ໄດ້ ​ເຊິ່ງ​ເປັນ​ພົນລະ​ເມືອງ​ຂອງ​ປະ​ເທດ​ທີ່​ຖືກ​ຫ້າມ​ເຂົ້າຊົ່ວຄາວນັ້ນຈະ​ເຂົ້າ​ອາ​ເມ​ລິ​ກາ​ໄດ້ ທັງ​ບໍ່​ໄດ້​ຫ້າມ​ຊາວ​ອົບ​ພະຍົບສັນຊາດ​ຊີຣີ​ເຂົ້າອາ​ເມ​ລິ​ກາ​​ແບບ​ບໍ່​ມີ​ຈຳກັດ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ