ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ ​ເນ​ລະ​ເທດ​ເອກ​ອັກຄະ​ລັດຖະທູດ​​ມາ​ເລ​ເຊ​ຍ
2017-03-07 11:31:45  cri 
ວັນ​ທີ 6 ມີນາ​ນີ້, ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ ​ໄດ້​ປະກາດ​ເນລະ​ເທດເອກ​ອັກຄະ​ລັດຖະທູດມາ​ເລ​ເຊຍ​ປະຈຳປະ​ເທດ​ຕົນ​ແລ້ວ. ສຳນັກ​ຂ່າ​ວສານ​ສູນ​ກາງຂອງ ສປປ ​ເກົາຫຼີ​ ລາຍ​ງານ​ວ່າ: ກະຊວງການ​ຕ່າງປະ​ເທດ​ໄດ້​ປະກາດ​ໃຫ້ເອກ​ອັກຄະ​ລັດຖະທູດ​ມາ​ເລ​ເຊຍ​ປະຈຳປະ​ເທດ​ຕົນເປັນ "ຜູ້​ທີ່​ບໍ່​ໄດ້ຮັບຄວາມ​​​ເຊື່ອ​ຖື", ພ້ອມ​ທັງໃຫ້​ອອກ​ຈາກປະ​ເທດ​ພາຍ​ໃນ 48 ​ຊົ່ວ​ໂມງ​​​ເລີ່​ມ​ແຕ່​ເວລາ 10 ​ໂມງ​ຂອງ​ວັນ​ທີ 5 ມີນາ​ນີ້​ເປັນ​ຕົ້ນ​​ໄປ.

ການ​ເນລະ​ເທດ​ດັ່ງກ່າວ​ເປັນ​ຜົນ​ມາ​ຈາກ​ໃນວັນ​ທີ 4 ມີນາ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ​ໄດ້​ປະກາດ​ໃຫ້ທ່ານກາງ​ໂຊ ເອກ​ອັກຄະ​ລັດຖະທູດ ​ສປປ ​ເກົາຫຼີ ປະຈຳມາ​ເລ​ເຊຍ​​ເປັນ "ຜູ້​ທີ່​ບໍ່​ໄດ້​ຮັບ​ຄວາມ​​ເຊື່ອ​ຖື" ​ໂດຍ​ຮຽກຮ້ອງ​ໃຫ້​ອອກຈາກ​ປະ​ເທດ​ຕົນ​ພາຍ​ໃນ​ເວລາ 48 ຊົ່ວ​ໂມງ​ແລະ​ຈາກ​ນັ້ນ, ທ່ານ ກາງ​ໂຊ ກໍ​ໄດ້​ເດີນທາງ​ອອກຈາກ​ມາ​ເລ​ເຊຍ​ໃນ​ຕອນ​ຄ່ຳ​ວັນ​ທີ 6 ມີນາ​ນີ້. ຂະນະ​ທີ່ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ​​ໄດ້​ຢືນຢັນ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 6 ມີນາ​ນີ້​ວ່າ: ປັດຈຸບັນ, ​ເອກ​ອັກຄະ​ລັດຖະທູດ​ມາ​ເລ​ເຊຍ​ປະຈຳ ສປປ ​ເກົາຫຼີ ທີ່ກະຊວງ​ການ​ຕ່າງປະ​ເທດ​ຕົນ​ຮຽກ​ຄືນ​ປະ​ເທດ​ໃນ​ເມື່ອ​ກ່ອນ​ນັ້ນ​ຍັງ​ຢູ່​ມາ​ເລ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ