ປະທານ​ປະ​ເທດ​ຈີນ​ພົບ​ປະ​ກັບເຈົ້າ​ຊີວິດ​​ແລະ​ພະ​ລາ​ຊີ​ນີ​ໂນ​ໂລ​ດົມ​ມຸນີ​ນຽດສີ​ຫາ​ນຸກຳປູ​ເຈຍ
2017-03-07 14:50:09  cri 

ວັນ​ທີ 6 ມີນາ​ນີ້ ຢູ່​ຈົ່ງ​ນານ​ໄຫ ສປ ​ຈີນ, ທ່ານ ສີ​ຈິ້ນ​ຜິ​ງ ປະທານ​ປ​ະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ເຈົ້າ ​ໂນ​ໂຣດົມ ສີ​ຫາ​ໂມ​ນີ ​ເຈົ້າ​ຊີວິດ​​ພ້ອມ​ດ້ວຍພະ​ລາ​ຊີ​ນີ​ໂນ​ໂລ​ດົມ​ມຸນີ​ນຽດສີ​ຫາ​ນຸຂອງກຳປູ​ເຈຍ.

ທ່ານ ສີ​ຈິ້ນ​ຜິ​ງ ກ່າວວ່າ:​ເປັນ​ເວລາ​ດົນ​ນານ​ມາ​ແລ້ວ, ພະ​ບໍລົມ​ວົງສາ​ນຸວົງ​ກຳປູ​ເຈຍ​ໄດ້​ສຸມ​ໃສ່ການ​ພົວພັນທີ່​ມີ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ-ກຳປູ​ເຈຍຢ່າງ​ຕັ້ງໜ້າທັງ​ໄດ້​ປະກອບ​ສ່ວນອັນສຳຄັນ​ເຂົ້າ​ໃນ​ກາ​ນຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ພວກ​ຂ້າພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ກຳປູ​ເຈຍ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ. ສອງປະ​ເທດຍັງ​ຄວນ​ເພີ່ມ​ທະວີ​ການ​ປະສານ​ງານ​ວຽກ​ງານ​ຫຼາຍ​ຝ່າຍ,ສືບ​ຕໍ່​ປະກອບສ່ວນ​​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ.

​ເຈົ້າ​ຊີວິດສີ​ຫາ​ໂມ​ນີ ​ແລະ​ ພະ​ລາ​ຊີ​ນີ​ໂນ​ໂລ​ດົມ​ມຸນີ​ນຽດສີ​ຫາ​ນຸ​ໄດ້ກ່າວ​ວ່າ: ມິດຕະພາບ​ລະຫວ່າງ​ກຳ​ປູເຈຍ-ຈີນ​ມີ​ມາ​ແຕ່​ດົນ​ນານ​ແລະ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ. ພະ​ບໍລົມ​ວົງສາ​ນຸວົງ​,ລັດຖະບານ​ແລະ​ປະຊາຊົນກຳປູ​ເຈຍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​​ຈີນ​ທີ່​ໄດ້​​ຊ່ວຍ​ເຫຼືອ​ແລະ​ການ​ສະໜັບສະໜູນຢ່າງ​ແຂງ​ແຮງ​ຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ກຳປູ​ເຈຍ​ແລະ​ກໍ​ພ້ອມຈະ​ສືບ​ຕໍ່ສືບ​ທອດ​ນະ​ໂຍບາຍທີ່​ມີ​​ໄມຕີ​ຈິດ​ມິດຕະພາບຕໍ່​ຈີນຂອງອະດີດ​ເຈົ້າ​​ຊີວິດ​ແລະຊຸກຍູ້ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍຕົວຢ່າງ​ຕັ້ງ​ໜ້າ​ແລະບໍ່​ຢຸດ​ຢັ້ງ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ