ຟີ​ລິບ​ປິນຈະ​ຊຸກຍູ້​ໃຫ້​ຝ່າຍ​ຕ່າງໆ​ສຳ​ເລັດ​ການ​ເຈລະຈາ RCEP ກ່ອນ​ທ້າຍ​ປີ​ນີ້
2017-03-07 14:23:52  cri 
ຕາມ​ຂ່າວສານ​ຊິນ​ຮວາ: ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ​ແລະ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງຕ່າງໆ ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ມະນີ​ລາປະ​ເທດ​ຟີ​ລິບ​ປິນ​ ​ແຕ່​ວັນ​ທີ 8 ຫາ 10 ມີນາ​ນີ້ ​ໂດຍທ່ານຣາມອນ ​ເອັມ ​ໂລ​ເປສ໌ ລັດຖະມົນຕີ​ກະຊວງການ​ຄ້າ​ແລະ​ອຸດສາຫະກຳ​ຟີ​ລິບ​ປິນກ່າວ​ໃນ​ວັນ​ທີ 6 ມີນາ​ນີ້​ວ່າ, ສັນຍາ​ການ​ພົວພັນ​ຄູ່​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ືນ ຫຼື RCEP ຈະ​ເປັນ​ຫົວ​ຂໍ້​ສຳຄັນ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນຄັ້ງ​ນີ້ ​ແລະ​ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ວຽນ​ຂອງ​ອາ​ຊຽນ ກໍຈະ​ຊຸກຍູ້​ໃຫ້ 10 ປະ​ເທດ​ອາ​ຊຽນ ​ແລະ 6 ປະ​ເທດ​ຄູ່​ເຈລະຈາ ສຳ​ເລັດ​ການ​ເຈລະຈາ RCEP ກ່ອນ​ທ້າຍ​ປີ​ນີ້.

ທ່ານ​ໂລ​ເປສ໌ກ່າວ​ວ່າ, ກອງ​ປະຊຸມ​ຈະ​​ເນັ້ນ​ຄວາມ​ເປັນ​ເອກະສັນ​ຄື​ກັນ​ຂອງ 10 ປະ​ເທດ​ອາ​ຊຽນ ​ແລະ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ, ​ສ້າງ​ສະພາບ​ແວດ​ລ້ອມ​ດ້ານນະ​ໂຍບາຍ​ໃຫ້​ສົມບູນ ​ແລະ​ຜັນ​ຂະຫຍາຍ​ໂຄງການ​ສະໜັບສະໜູນ ​​ນັ້ນ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ຄວາມ​ກ້າວໜ້າ​ຂະຫຍາຍຕົວ​ຂອງການ​ຄ້າ ​ແລະ​ການ​ລົງທຶນ​ຂອງ​ພາກ​ພື້ນ​.

RCEP ​ໄດ້​ກວມ​ເອົາ​ປະຊາກອນ​ຫຼາຍ​ກວ່າເຄິ່ງໜຶ່ງຂອງ​ທົ່ວ​ໂລກ, ຂະໜາດ​ເສດຖະກິດ​ແລະ​ການ​ຄ້າ​ກໍ​ມີຫຼາຍ​ກວ່າ 30%ຂອງ​ທົ່ວ​ໂລກ. ​ແລະ​ກ່ອນ​ໜ້າ​ນີ້​ບໍ່​ດົນ, ການ​ເຈລະຈາ RCEP ຮອບ​ທີ 17 ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໂຄ​ອຸ​ເບ​ປະ​ເທດ​ຍີ່ປຸ່ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ