​ເກີດ​ການ​ປະ​ທະ​ກັນ​ຢູ່ພາກ​ເໜືອ​ມຽນມາ​ອີກ​ຢ່າງ​ໜ້ອຍມີ 30 ຄົນ​ເສຍ​ຊີວິດ
2017-03-07 14:28:46  cri 
ຕາມ​ຂ່າວCRI: ລັດຖະບານ​ມຽນມາ​​ໄດ້ອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 6 ມີນາ​ນີ້​ໂດຍ​ເປີດ​ເຜີຍ​ວ່າ, ຫຼັງ​ທະຫານ​ສະຫະພັນ​ຊົນ​ຊາດ​ປະຊາທິປະ​ໄຕ​ມຽນມາ​ໄດ້​ປະ​ທະ​ກັບ​ທະຫານ​ລັດຖະບານ​ມຽນມາ​ຢູ່​ລັດ​ຊັນ ທາງ​ພາກ​ເໜືອຂອງ​ປະ​ເທດ ​ໃນ​ວັນ​ທີ 6 ມີນາ​ນີ້ ​​ໄດ້​ເຮັດ​ໃຫ້ຢ່າງ​ໜ້ອຍ​ມີ 30 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ມີປະຊາຊົນ 5 ຄົນ, ຕຳຫຼວດ 5 ຄົນ ​ແລະ​ຜູ້​ປະກອບ​ອາວຸດ​ຊົນ​ເຜົ່າອີກ 20 ຄົນ​ເປັນ​ຢ່າງ​ໜ້ອຍ.

​ຖະ​ແຫຼງການ​ລະບຸ​ວ່າ, ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ການ​ປະ​ທະ​ກັນ​​ຍ້ອນ​​ຜູ້​ປະກອບ​ອາວຸດ​ທ້ອງ​ຖິ່ນ​ປອມ​ຕົວ​ເປັນ​ຕຳຫຼວດ​ແລ້ວ​ຫຼອນ​ໂຈມ​ຕີ​ປ້ອມ​ຍາມ​ທະຫານ​ແລະ​ຕຳຫຼວດ​ຫຼາຍ​ແຫ່ງ​ຢູ່​ເມືອງລົກ​ກາຍ ​ເທດສະບານ​ໂກ​ກາງ, ​​ແນວ​ໃດ​ກໍ​ດີ ກອງ​ທະຫານ​ສະຫະພັນ​ຊົນ​ຊາດ​ປະຊາທິປະ​ໄຕ​ມຽນມາ​ອອກ​ມາ​ຊີ້​ແຈງວ່າ ​ການປະ​ທະ​ກັບ​ກອງ​ທະຫານ​ລັດຖະບານ​ນັ້ນ​ເປັນການ​ປ້ອງ​ກັນ​ຕົວ.

ມື້​ດຽວ​ກັນ, ທ່ານ​ນາງອອງຊານ​ຊູ​ຈີ ທີ່​ປຶກສາ​ແຫ່ງ​ລັດ​ມຽນມາກໍ​ໄດ້​ອອກຖະ​ແຫຼ​ງການ​ໃນ​ຖານະ​ປະທານ​ສູນ​ປອງ​ດອງ​ຊາດ​ແລະ​ສັນຕິພາບ ​ໂດຍ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຢຸດ​ການ​ຕໍ່ສູ້​ດ້ວຍ​ກຳລັງ​ອາວຸດ​ທີ່​ພາ​ໃຫ້​ປະຊາຊົນລຳບາກ​ຍາກ​ເຂັມ​ອີກ​, ແລ້ວ​ໃຫ້ກັບ​ຄືນ​ສູ່​ໂຕະ​ເຈລະຈາ ​ແລະ​​ຮ່ວມ​​ແຮງ​ກັນກ້າວໜ້າ​ສູ່​ເສັ້ນທາງ​ສັນຕິພາບ​ທີ່​ປະຊາຊົນ​ທົ່ວ​ປະ​ເທດປາຖະ​ໜາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ