ການແຂ່ງຂັນລາຍການ​ໃຫຍ່​ໃນເອຊຽນ​ເກ​ມຄັ້ງ​ທີ 18 ຈະ​ບໍ່​ໃຫ້​ເກີນ 42 ລາຍການ
2017-03-07 16:31:00  cri 
ຕາມ​ຂ່າວCRI: ຫວ່າງ​ແລ້ວ​ນີ້​, ຄະນະ​ມົນຕີກິລາໂອ​ລິ​ມປິກ​ອາຊີ​ຕົກລົງ​ວ່າ, ປະ​ເພດ​ການແຂ່ງຂັນ​ໃຫຍ່​ໃນ​​ເອຊຽນ​ເກ​ມຄັ້ງ​ທີ 18 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍນັ້ນ ຈະ​ບໍ່​ໃຫ້​ເກີນ 42 ລາຍການ, ຂະນະ​ທີ່ລາຍການ​ນ້ອຍ​ຈະ​ບໍ່​ໃຫ້​ເກີນ 484 ລາຍການ. ສ່ວນການ​ແຂ່ງຂັນຣ໋ອກ​ເກັດ, ພາລາ​ໂມ​ເຕີ ​ແລະ ຄອສ໌​ເຕີຈະ​ບໍ່ບັນຈຸ​ເຂົ້າ​ໃນການ​ແຂ່ງຂັນ.

ງານ​ເອຊຽນ​ເກ​ມຄັ້ງ​ທີ 18 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ຈາ​ກາຕາ ​ແລະ​ເມືອງ​ປາ​ແລມບັງ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ແຕ່​ວັນ​ທີ 18 ສິງຫາ ຫາ​ວັນ​ທີ 2 ກັນຍາ 2018.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ