ຈີນ​ຄັດ​ຄ້ານ​ການຍິງຂີ​ປະ​ນາ​ວຸດ​ຂອງສ​ປ​ປ​ເກົາຫຼີ​​ເພາະ​ລະ​ເມີດ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ
2017-03-07 16:20:12  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ກ່າວ​ໃນ​ວັນ​ທີ 6 ມີ​ນານີ້​ວ່າ, ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ຕໍ່​ການ​ນຳ​ໃຊ້ເຕັກ​ນິກຍິງ​ຂີ​ປະ​ນາ​ວຸດ​ຂອງ​ສ​ປ​ປ​ເກົາຫຼີ, ຈາກນີ້, ຈີນ​ຈຶ່ງ​ຄັດ​ຄ້ານ​ສ​ປ​ປ​ເກົາຫຼີ​ທີ່​ລະ​ເມີດ​ມະ​ຕິ​ດັ່ງ​ກ່າວ​ແລະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວ​ຂ້ອງ.

    ທ່ານ ເກີງ​ສວງ ກ່າວ​ວ່າ, ຈີນ​​ສັງ​ເກດ​ເຫັນ​ວ່າ ອ​າ​ເມ​ລິ​ກາ​ແລະ​ສ.ເກົາຫຼີ ທີ່ກຳ​ລັງ​ຊ້ອມ​ຮົບ​ຮ່ວມ​ຂະ​ໜາດ​ໃຫຍ່​ໂດຍ​ເນັ້ນ​ເປົ້າ​ໝາຍ​ຄື​ສ​ປ​ປ​ເກົາຫຼີ ໄດ້​ເຮັດ​ໃຫ້ສະ​ຖາ​ນະ​ການ​​ເຄັ່ງ​ຕຶງ​ຂຶ້ນ ເຊິ່ງ​ຈຸດນີ້ ຂໍ​ໃຫ້ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ ​ຄວນ​ຮັກ​ສາ​ຄວາມ​ອົດ​ທົນ, ບໍ່ເກາະ​ຜິດ​ເຊິ່ງ​ກັນ​ແລະ​ກັນ ແລະ​ບໍ່​ຄວນ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຂອງ​ພາກ​ພື້ນ​ເຄັ່ງ​ຕຶງ​ຂຶ້ນອີກ.

    ນອກນີ້, ທ່ານ ເກີງ​ສວງ ​ຍັງໄດ້​ແຈ້ງ​ໃຫ້​ຊາບ​ວ່າ, ທ່ານ ວູ​ຕ້າ​ເຫວີຍ ຜູ້​ຕາງ​ໜ້າ​ພິ​ເສດ​ກ່ຽວ​ກັບ​ວຽກ​ງານ​ແຫຼມ​ເກົາຫຼີ​ຂອງ​ລັດ​ຖະ​ບານ​ຈີນ ໄດ້​ໂທ​ລະ​ສັບ​ລົມ​ກັບ​ທ່ານ ໂຢ​ເຊັບ ຢູນ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ອາ​ເມ​ລິ​ກາ ແລະ​ທ່ານ ກິມ​ຮົງ​ຄູນ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ສ.ເກົາຫຼີ ເຊິ່ງ​ເປັນ​ສອງ​ຝ່າຍ​ຂອງການ​ເຈ​ລະ​ຈາ 6 ຝ່າຍ​ໃນ​ວັນ​ທີ 3 ມີ​ນານີ້ ໂດຍ​ໄດ້​ສະ​ແດງຫຼັກ​ໝັ້ນ​ແລະ​ຄວາມ​ເປັນ​ຫ່ວງ​ຂອງ​ຈີນ​ກ່ຽວ​ກັບ​ການ​ຊ້ອມ​ຮົບ​ຮ່ວມ​ອາ​ເມ​ລິ​ກາ-ສ.ເກົາ​ຫຼີ ແລະ​ບັນ​ຫາ​ທີ່​ອາ​ເມ​ລິ​ກາຕິດ​ຕັ້ງ​ລະ​ບົບ​ຕ້ານ​ຂີ​ປະ​ນາ​ວຸດ 'THAAD ທັດ' ຢູ່​ສ.ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ