ລັດ​ຖະ​ມົນ​ຕີ​ການ​ຄ້າ​ຈີນ​ຄົນ​ໃໝ່ຢ້ຽມ​ຢາມ​ຟິ​ລິບ​ປິນ
2017-03-07 16:21:54  cri 
    ຕາມ​ຂ່າວ​ສານ​ຈີນ: ກະ​ຊວງ​ການ​ຄ້າ​ຈີນ​ລາຍ​ງານ​ໃນ​ວັນ​ທີ 6 ມີ​ນານີ້​ວ່າ, ທ່ານ ຈົ່ງ​ຊ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕົນ ໄດ້​ນຳ​ພາ​ຄະ​ນະ​ເດີ​ນ​ທາງ​ຢ້ຽມ​ຢາມ​ຟິ​ລິບ​ປິນ​ແຕ່​ວັນ​ທີ 6-9 ມີ​ນານີ້ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ພື້ນ​ຖານ​ໂຄງ​ລ່າງ ແລະການ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​.

    ກ່ອນ​ໜ້າ​ນີ້, ກອງ​ປະ​ຊຸມ​ຄັ້ງ​ທີ 26 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ໄດ້​ລົງ​ຄະ​ແນນ​ສຽງ ຕົກ​ລົງ​ແຕ່ງ​ຕັ້ງ​ທ່ານ ຈົ່ງ​ຊ່ານ ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ. ຈາກນີ້ ຈຶ່ງ​ແມ່ນການ​ຢ້ຽ​ມ​ຢາມ​ຟິ​ລິບ​ປິນຄັ້ງ​ທຳ​ອິດ​ຂອງ​ທ່ານໃນ​ນາມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ. ຂະ​ນະ​ດຽວ​ກັນ, ກະ​ຊວງ​ການ​ຄ້າ​ຈີນ​ຍັງ​ເຜີຍ​ໃຫ້​ຮູ້​ວ່າ, ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານ ຈົ່ງ​ຊ່ານ ຈະ​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ ໂຣດ​ຣິ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ ແລະ​ຮ່ວມ​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 28 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ລັດ​ຖະ​ບານ​ສອງ​ປະ​ເທດ ແລະ​ຈະ​ພົບ​ປະ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ທີ່​ກ່ຽວ​ຂ້ອງ​ຂອງ​ຟິ​ລິບ​ປິນ.

    ປັດ​ຈຸ​ບັນ, ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ຟິ​ລິບ​ປິນ ນັບ​ມື້​ຂະ​ຫຍາຍ​ຕົວ ໂດຍ​ເຫັນ​ໄດ້​ຈາກປີ​ຜ່ານ​ມາ, ຍອດ​ມູນ​ຄ່າ​ການ​ຄ້າ​ໄດ້​ເພີ່ມ​ຂຶ້ນ 9,8% ເມື່ອ​ທຽບ​ໃສ່​ປີ 2015 ເຊິ່ງ​ດີກວ່າ​ສະ​ພາບ​ການ​ຄ້າ​ກັບ​ພາຍນອກ​ລວມ​ຂອງ​ຈີນ​ຢ່າງ​ພົ້ນ​ເດັ່ນ ແລະ​ກໍ​ສູງກວ່າ​ຄວາມ​ໄວ​ເພີ່ມ​ຂຶ້ນ​ຂອງ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ