ຕາມຂ່າວສານຈີນ: ກະຊວງການຄ້າຈີນລາຍງານໃນວັນທີ 6 ມີນານີ້ວ່າ, ທ່ານ ຈົ່ງຊ່ານ ລັດຖະມົນຕີກະຊວງຕົນ ໄດ້ນຳພາຄະນະເດີນທາງຢ້ຽມຢາມຟິລິບປິນແຕ່ວັນທີ 6-9 ມີນານີ້ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ພື້ນຖານໂຄງລ່າງ ແລະການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນສອງປະເທດ.
ກ່ອນໜ້ານີ້, ກອງປະຊຸມຄັ້ງທີ 26 ຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນຊຸດທີ 12 ໄດ້ລົງຄະແນນສຽງ ຕົກລົງແຕ່ງຕັ້ງທ່ານ ຈົ່ງຊ່ານ ເປັນລັດຖະມົນຕີກະຊວງການຄ້າ. ຈາກນີ້ ຈຶ່ງແມ່ນການຢ້ຽມຢາມຟິລິບປິນຄັ້ງທຳອິດຂອງທ່ານໃນນາມລັດຖະມົນຕີກະຊວງການຄ້າ. ຂະນະດຽວກັນ, ກະຊວງການຄ້າຈີນຍັງເຜີຍໃຫ້ຮູ້ວ່າ, ໃນໄລຍະຢ້ຽມຢາມ, ທ່ານ ຈົ່ງຊ່ານ ຈະເຂົ້າຢ້ຽມຄຳນັບທ່ານ ໂຣດຣິໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ແລະຮ່ວມເປັນປະທານກອງປະຊຸມຄັ້ງທີ 28 ຂອງຄະນະກຳມະການປະສົມເສດຖະກິດການຄ້າລະຫວ່າງລັດຖະບານສອງປະເທດ ແລະຈະພົບປະເຈລະຈາກັບລັດຖະມົນຕີທີ່ກ່ຽວຂ້ອງຂອງຟິລິບປິນ.
ປັດຈຸບັນ, ການຮ່ວມມືທາງເສດຖະກິດການຄ້າລະຫວ່າງຈີນ-ຟິລິບປິນ ນັບມື້ຂະຫຍາຍຕົວ ໂດຍເຫັນໄດ້ຈາກປີຜ່ານມາ, ຍອດມູນຄ່າການຄ້າໄດ້ເພີ່ມຂຶ້ນ 9,8% ເມື່ອທຽບໃສ່ປີ 2015 ເຊິ່ງດີກວ່າສະພາບການຄ້າກັບພາຍນອກລວມຂອງຈີນຢ່າງພົ້ນເດັ່ນ ແລະກໍສູງກວ່າຄວາມໄວເພີ່ມຂຶ້ນຂອງການຄ້າລະຫວ່າງຈີນກັບອາຊຽນ.