ອຸ​ປະ​ກອນ​ສ່ວນ​ໜຶ່ງ​ຂອງ​ລະ​ບົບ 'ທັດ' ​ສົ່ງ​ເຖິງ​ສ.ເກົາຫຼີ
2017-03-07 16:30:17  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ກອງ​ບັນ​ຊາ​ການກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ສ.ເກົາຫຼີ ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ຢືນ​ຢັນ​ວ່າ, ອຸ​ປະ​ກອນ​ສ່ວນ​ໜຶ່ງ​ຂອງ​ລະ​ບົບ 'ທັດ' ໄດ້​ຂົນ​ສົ່ງ​ເຖິງ​ສ.ເກົາຫຼີ​ແລ້ວ.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ສ.ເກົາຫຼີ ຈະ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ຕິດ​ຕັ້ງ​ລະ​ບົບ​ດັ່ງ​ກ່າວ ແລະ​ຈະ​ເລີ່ມປະ​ຕິ​ບັດໂດຍ​ໄວ.

    ນອກນີ້, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສ.ເກົາຫຼີ​ ກໍຢືນ​ຢັນ​ໃນ​ມື້​ດັ່ງ​ກ່າວ​ວ່າ, ອຸ​ປະ​ກອນ​ສ່ວນ​ໜຶ່ງ​ຂອງ​ລະ​ບົບ 'ທັດ' ໄດ້​ຂົນ​ສົ່ງ​ເຖິງ​ຖານ​ທັບ​ອາ​ກາດ​ອາ​ເມ​ລິ​ກາ​ປະ​ຈຳ​ໂອ​ຊັນ​ ​ຫ່າງ​ຈາກ​ນະ​ຄອນຫຼວງ​ເຊ​ອຸນ​ໄປ​ທາງ​ທິດ​ໃຕ້​ປະ​ມານ 70 ກິ​ໂລ​ແມັດແລ້ວ. ​ຂະ​ນະ​ທີ່ສື່ມວນ​ຊົນ​ສ.ເກົາຫຼີ​ກໍ​ລາຍ​ງານ​ວ່າ, ອຸ​ປະ​ກອນ​ທີ່​ສົ່ງ​ມາ​ຊຸດນີ້ ​ມີ​ຖານ​ສົ່ງ​ສອງ​ເຄື່ອງ​ຢູ່​ນຳ​ດ້ວຍ.

    ສື່ມວນ​ຊົນ​ສ.ເກົາຫຼີ​ລາຍ​ງານ​ຕື່ມ​ວ່າ, ກອງ​ທັບ​ສ.ເກົາຫຼີ​ມີ​ແຜນ​ຈະ​ຕິດ​ຕັ້ງ​ລະ​ບົບ 'ທັດ' ໃຫ້​ສຳ​ເລັດໃນ​ລະ​ຫວ່າງ​ເດືອນ​ພຶດ​ສະ​ພາ​ຫາ​ກໍ​ລະ​ກົດ​ປີນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ