ຈິນ​ໃຫ້​ຄວາມ​ສຳຄັນ​ຊ່ວຍ​ເຫລືອຜູ້ທຸກ​ຍາກ​
2017-03-08 16:12:09  cri 
ເປັນ​ຫຍັງຄວາມທຸກ​ຍາກ​ຂອງ​ປະຊາຊົນຈີນ ຈຶ່ງຫລຸດ​ລົງ?

ໂອກາດ​ດຳ​ເນີນ​ກອງ​ປະຊຸມ 2 ສະພາຂອງ​ສປ ຈີນ​ໃນຕົ້ນ​ເດືອນ​ມີນາ​ນີ້​ທົ່ວ​ໂລກ​ກໍ​ຄື​ປະຊາຊົນ​ບັນດາ​ເຜົ່າ​ຊາວ​ຈີນ​ເອງ ຕ່າງ​ກໍ​ອວ່າຍໜ້າ​ມາ​ຫາ​ດ້ວຍ​ຄວາມ​ສົນ​ໃຈ​ເປັນ​ຢ່າງ​ຍິ່ງ ​ເຊິ່ງມີ​ຫລາຍ​ປະ​ເດັນ​ທີ່​​ຕັ້ງ​ຄວາມ​ຫວັງ​​ໄວ້​ຫລັງ​ສຳ​ເລັດ​ກອງ​ປະຊຸມ​ດັ່ງກ່າວ​,​ແຕ່​ທີ່​ໜ້າ​ສົນ​ໃຈ​ ​ແລະ ຢາກ​ໃຫ້​ເປັນ​ຮູບ​ປະ​ທຳ​ຫລາຍ​ຂຶ້ນ​ກວ່າ​ເກົ່າກໍ​ມີ 4 ປະ​ເດັນ ​ເຊັ່ນການ​ເພີ່ມ​ຄວາມ​ເຂັ້ມງວດ​ໃນ​ການ​ຕໍ່ຕ້ານ​ການ​ທຸ​ຈະລິດ​ສໍ້​ລາດ​ບັງ​ຫລວງ ​ແລະ ສົ່ງ​ເສີມ​ການ​ສຸຈະລິດ,2 ການ​ປະຕິ​ຮູບຢ່າງຮອບດ້ານ​ບໍ່​ວ່າ​ຈະ​ເປັນ​ການ​ສ້າງ​ກົນ​ໄກ​ພັດທະນາ​ເມືອງ ​ແລະຊົນນະບົດ​ໃຫ້​ສົມບູນ,3 ການ ​ຍົກ​ຄວາມ​ສາມາດ​ໃນ​ການ​ແກ້​ໄຂ​ມົນ​ລະ​ພິດ ​ແລະ 4 ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ.​ແນວ​ໃດ​ກໍ​ດີ​ໃນ​ບົດ​ນີ້​ຂໍອະນຸຍາດ​ຍົກ​ໃຫ້​ເຫັນ​ຜົນສຳ​ເລັດ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໃນ​ປີຜ່ານມາ ​ແລະ ປີ​ນີ້​ລັດຖະບານ​ຈີນ​ວາງ​ແຜ​ນການ​ແກ້​ໄຂ​ແນວ​ໃດ ​ແລະ ຈະ​ໃຫ້​ໄດ້​ເທົ່າ​ໃດ ​?
 
ຈາກ​ຄວາມ​ເປັນ​ປຶກ​ແຜ່ນ​ແໜ້ນໜາ,ຄວາມ​ເຊື່ອ​ໝັ້ນ​ຢ່າງ​ແຮງ​ກ້າ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ຕໍ່​ການ​ນຳພາ ທີ່​ປີ​ຊາ​ສະຫລາດ​ສ່ອງ​ໃສ​ ​ແລະ ພ້ອມ​ກ້າວ​ເດີນ​​ຕາມພັກ-ລັດຖະບານສປ ຈີນນັ້ນ ​ໄດ້​ກາຍ​ເປັນຄວາມ​ຕັດສິນ​ໃຈ​ທີ່​ສູງ​ສົ່ງ​ຕ້ອງ​​ເຮັດ​ໃຫ້​ເປັນ​ຮູບ​ປະ​ທຳ​ໂດຍ​ສະ​ເພາະ​ການ​ຊ່ວຍ​ເຫລືອ​ປະຊາຊົນທີ່​ທຸກ​ຍາກເຊິ່ງຈຸດ​ນີ້,ທ່ານໂອ ​ຊິງ​ຜິ​ງ ຮອງ​ຫົວໜ້າ​ຫ້ອງການ​ພັດທະນາ​ເພື່ອ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ລັດຖະບານ​ຈີນ​ກ່າວ​ເມື່ອ​ທ້າຍ​ເດືອນ​ກຸມພາ​ຜ່ານ​ມາວ່າ:ຫລັງ​ປະສົບ​ຜົນສຳ​ເລັດ​ໃນ​ການ​ຂ່ວຍ​ເຫລືອ​ຜູ້ທຸກ​ຍາກ​ໃນ​ປີຜ່ານມາ​ຄື​ສາມາດ​ຫລຸດ​ໄດ້​ເຖິງ 10 ລ້ານ​ຄົນ​ນັ້ນ,ພັກ-ລັດຖະບານ​ຈີນ ກໍມີ​ຄວາມ​ມຸ່ງ​ໝັ້ນ​ຕໍ່​ຄວາມ​ຮັບຜິດຊອບ​ຂອງ​ຕົນຢ່າງ​ແຮງ​ກ້າ​ໂດຍ​ຈະ​ສືບ​ຕໍ່​ຊ່ວຍ​ເຫລືອ​ຜູ້ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ທີ່​ຍັງ​ເຫລືອ 40 ລ້ານ​ຄົນ​​ໃຫ້​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ​ຢ່າງສິ້ນ ​ເຊີງ​ໃນ​ປີ 2020,ຂະນະ​ທີ່​ປີ​ນີ້ກໍ​ໄດ້​ຕັ້ງ​ເປົ້າ​ກວ່າ 10 ລ້ານ​ຄົນຢ່າງ​ໜ້ອຍ​ໃຫ້​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ ​​ແລະ ​ເພື່ອ​ບັນລຸ​ເປົ້າໝາຍ​ນີ້,ຫ້ອງການ​ຕົນ​ໃນ​ຖານະ​ເປັນ​ເສນາ​ທິການ​ໃຫ້​ແກ່​ລັດຖະບານ​ຈະ​ເນັ້ນປັບປຸງ​ຊັບພະ ຍາກອນ,ສ້າງ​ກົນ​ໄກ​ໃຫ້​ສົມບູນ,ດຳ​ເນີນ​ການກວດ​ສອບ​ຢ່າງ​ເຂັ້ມງວດ.​ຂະນະ​ດຽວ​ກັນ​ກໍ​ຈະ​ສະໜັບສະໜູນ​ສະ​ຖາ​ບັນ​ການ​ເງິນ​ປ່ອຍ​ເງິນກູ້​ໃຫ້​ເຊ​ດທຸກ​ຍາກ,ສ່ວນ​ກະຊວງ​ທີ່​ດິນ ​ແລະ ຊັບພະຍາກອນ​ ຈະ​ຮັບ​ປະ​ກັນຄວາມ​ຕ້ອງການ​ຊົມ​ໃຊ່​ທີ່​ດິນ​ຊ່ວຍ​ຜູ້​ທຸກ​ຍາກ ​ແລະ ທີ່​ສຳຄັນ​ຄື​ຕ້ອງ​ຍົກ​ປະສິດ​ທິພາ​ບ​ໃນ​ການ​ພິຈາລະນາ​ອະນຸມັດ​ທີ່​ທີ່​ຕ້ອງການ​ຊົມ​ໃຊ້​ດ້ວຍ.
 
ຄວາມ​ຈິງ​ແລ້ວ,ລັດຖະບານ ສປ ຈີນ ​ໄດ້​ສຸມ​ທຸກ​ກຳລັງ​ແຣງ ​ແລະ ສະຕິ​ປັນຍາ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​​ໂດຍ​ເນັ້ນຄວາມ​ປອ​ດ​ໄພ​ຂອງ​ອາຫານ,ການ​ປະຕິ​ຮູບ​ລະບົບ​ສາທາລະນະ​ສຸກ, ການ​ປະກັນ​ສັງຄົມ,ການ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ສ້າງ​ລາຍ​ຮັບ​​ລວມທັງ​ການ​ກໍ່ສ້າງ​ບ່ອນ​ພັກ​ອາ​ໄສ​ໃຫ້​ແກ່​ປະຊາຊົນ " ເຊິ່ງທັງຫລາຍ​ທັງ​ປວງ​ນັ້ນເປັນ​ຜົນ​ມາ​ຈາກ​ຫ້ອງການ​ພັດທະນາ​ເພື່ອຊ່ວຍ​ເຫລືອ​ຄວາ​ມ​ທຸກ​ຍາກ​ຂອງ​ລັດຖະບານ​ຈີນ ​ໄດ້​​ສຸມ​ໃສ່​ແກ້​ໄຂ​ບັນຫາ​ຕ່າງໆ​ເປັນຕົ້ນການ​ແກ້​ໄຂ​ເປັນ​ພຽງ​ຮູບ​ການ,ການ​ໃຫ້​ຄວາມ​ສຳ ຄັນ​ຕໍ່​ການ​ຂຶ້ນ​ແຜນທີ່​ຕິດ​ແທດ​ໂຕ​ຈິງ,ການ​ເພີ່ມ​ຂີດ​ຄວາມ​ສາມາດ​ໃຫ້​ແກ່​ພະນັກງານ,ການ​ຕີ​ລາຄາ,ການ​ກວດ ກາ​ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ ​ແລະ ອື່ນໆ " ທ່ານ ​ໂອ​ຊິງ​ຜິ​ງ ຮອງ​ຫົວໜ້າ​ຫ້ອງການ​ພັດທະນາ​ເພື່ອ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ລັດຖະບານ​ຈີນ​ກ່າວ​ເມື່ອ​ທ້າຍ​ເດືອນ​ກຸມພາ​ຜ່ານ​ມາ.
 
1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ