ທ່ານ​ສີ​ຈິ້ນ​ຜິ​ງ​ເນັ້ນ​ວ່າການ​ປະຕິ​ຮູບ​ໂຄງ​ປະກອບ​ພາກ​ການ​ສະໜອງກໍ​ເພື່ອ​ການພັ​ດທະນາ​ແຂວງ​ລຽວນິງ​ໃຫ້​ຈະ​ເລີ​ນກ້າວໜ້າ
2017-03-08 12:44:37  cri 

ວັນ​ທີ 7 ມີນາ​ນີ້, ທ່ານ​ສີ​ຈິ້ນຜິ​ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ປະທານ​ປະ​ເທດ,ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມໜ່ວຍ​ຄົ້ນຄວ້າຂອງ​ຄະນະ​ຜູ້​ແທນ​ແຂວງ​ລຽວນິງທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ເທື່ອ​ທີ 5 ຂອງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 12.

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້ຕີ​ລາຄາຜົນງານ​ຂອງ​ແຂວງ​ລຽວນິງ​ໃນ​ໜຶ່ງ​ປີຜ່ານມາວ່າ: ການ​ປະຕິ​ຮູບ​ໂຄງ​ປະກອບ​ກພາກ​ການ​ສະໜອງ​ເປັນ​ເສັ້ນທາງ​ທີ່​ຈຳ​ເປັນ​ຕ້ອງ​​ຜ່ານ​ເພື່ອ​ພັດທະນາ​ໃຫ້​ຈະ​ເລີ​ນກ້າວໜ້າ.ຂະນະ​ດຽວ​ກັນ​ກໍຕ້ອງ​ຖື​ລັດ​ວິ​ສາ​ຫະກິດ​ເປັນ​ຫົວ​ຈັກໃນ​ການ​ພັດທະນາ​ແຂວງ​ໃຫ້​ຈະ​ເລີ​ນ, ພັດທະນາ​ລັດ​ວິ​ສາ​ຫະກິດ​ໃຫ້​ເຂັ້ມ​ແຂງ,ຈະ​ເລີ​ນ​ເຕີບ​ໂຕ​ແລະ​ດີ​ຂຶ້ນ​ຢ່າງຈະ​ແຈ້ງ.ນອກ​ນີ້​​ຍັງ​ຕ້ອງ​ສົ່ງ​ເສີມ​ການປັບປຸງ​ແບບ​ແຜນ​ວິທີ​ເຮັດ​ວຽກ​ຂອງ​ພະນັກງານ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບ​ແລະ​ມີ​ຄວາມ​ປອດ​ໃສ​ຂາວ​ສະອາດ.

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ຕື່ມວ່າ: ການ​ປະຕິ​ຮູບ​ໂຄງ​ປະກອບ​ກພາກ​ການ​ສະໜອງ​ເປັນ​ເສັ້ນທາງ​ທີ່​ຈຳ​ເປັນ​ຕ້ອງ​ໄດ້ຜ່ານ​ເພື່ອ​ພັດທະນາ​ແຂວງ​ລຽວນິງ​ໃຫ້​ຈະ​ເລີ​ນກ້າວໜ້າ. ຈາກ​ນີ້​ຈິ່ງຕ້ອງ​ກຳ​ແໜ້ນ​ຄວາມ​ຂັດ​ແຍ້​ງຕົ້ນຕໍ, ກຳນົດ​ທິດ​ທາງ​ບຸກທະລຸ​ຢ່າງ​ຈະ​ແຈ້ງ​ແລະ​ຊຸກຍູ້​ການ​ປະຕິ​ຮູບ​ດັ່ງກ່າວ​ໃຫ້ຄືບ​ໜ້າ​ໃໝ່​ເພື່ອ​ພັດທະນາອຸດສາຫະກຳ​ຂອງ​ແຂວງ​ໃຫ້​ໄດ້​ຮັບຜົນສຳ​ເລັດ​ທີ່​ຍິ່ງ​ໃຫຍ່​ຄືນ​ໃໝ່.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ