ອິນ​ເດຍ​ເປີດ​ບໍລິການ "ຖ້ຽວບິນ​ເພດ​ຍິງ"ຫວັງ​ສ້າງ​ສະຖິຕິ​ໂລກ
2017-03-08 12:53:36  cri 
ຂ່າວສານ​ຊິນ​ຮວາ​ລາຍ​ງານ​​ໃນ​ວັນທີ 7 ມີນາ​ນີ້​ວ່າ: ​ເພື່ອ​ສະຫຼອງ​ວັນ​ແມ່ຍິງ​ສາກົນ, ກ່ອນ​ໜ້າ​ນີ້​ບໍ່​ດົນ, ສາຍ​ການບິນ​ອິນ​ເດຍ​ໄດ້​ເປີດບໍລິການ "ຖ້ຽວບິນ​ເພດ​ຍິງ"​ໂດຍ​ຈະບິນ​ອ້ອມ​​ໂລກ​ຮອບ​ໜຶ່ງ ​ແລະ​ປັດຈຸບັນສາຍ​ການບິນດັ່ງກ່າວກຳລັງ​ຮ້ອງ​ຂໍ​ໃຫ້​ຈົດ​ເຂົ້າ​ໃນ​ສະຖິຕິ​ໂລກ​ກີ​​ເນັສບຸກ.

ບໍລິສັດ​ການບິນ​ອິນ​ເດຍ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ວ່າ: ການ​ສ້າງ​ຕັ້ງ "ຖ້ຽວ​ບິນ​ເພດ​ຍິງ"ຂຶ້ນ​ເປັນ​ການ​ທົດ​ລອງທີ່ກ້າຫານ​​ເພື່ອ​ໃຫ້​ກຳລັງ​ໃຈ​ເພດ​ຍິງ​ ​ໂດຍໃນຖ້ຽວ​ບິນ​ດັ່ງກ່າວ,ຈຸ​ບິນ​ບໍ່​ວ່າ​ຈະ​ເປັນ​ນັກ​ບິນ,ພະນັກງານອາກາດ,ຜູ້​ປະຈຳການ,​ແພດ​,ນາຍ​ຊ່າງ​​ແລະ​ພະນັກງານ​ກ່ຽວຂ້ອງ​ອື່ນໆ​ຈະ​ເປັນ​ເພດ​ຍິງ​ທັງໝົດ ​ເຊິ່ງຖືວ່າ​ເປັນ​ກໍລະນີ​ທຳ​ອິດ​ຂອງ​ໂລກ. ຈາກ​ນີ້,ບໍລິສັດ​ການບິນ​ອິນ​ເດຍຈິ່ງ​ໄດ້​ຮ້ອງ​ຂໍ​ໃຫ້ຈົດເຂົ້າ​ເປັນສະຖິຕິ​ລິ​ມຄາ​ອິນ​ເດຍ​ລວມທັງສະຖິຕິ​ໂລກ​ກີ​ເນັສບຸກ ​ແລະ​ກຳລັງ​ລໍຖ້າ​ການ​ປະກາດ​ຜົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ