ແມ່​ຍິງ​ຈີນ​ນິຍົມ​ໄປ​ທ່ຽວ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້
2017-03-08 13:00:09  cri 
ສະ​ຖາ​ບັນ​ທ່ອງ​ທ່ຽວ​ຈີນ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ສຳ​ຫຼວດ​ໃນ​ວັນ​ທີ 7 ມີນາ​ນີ້​ວ່າ: ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເປັນ​ຕົ້ນ​ໄທ,ຟີ​ລິບ​ປິນ​ແລະ​ອື່ນໆ​ກາຍເປັນປະ​ເທດ​ຍອດ​ນິຍົມສຳລັບ​ແມ່​ຍິງ​ຈີນ​​ໃນ​ການໄປ​ທ່ອງ​ທ່ຽວ ຂະນະ​ທີ່​ຄວາມ​ຈິງ​ແລ້ວ, ການ​ບໍລິ​ໂພ​ກການທ່ອງທ່ຽວ, ​ແມ່ຍິງ​ມີ​ຄວາມ​ສະຫຼາດ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ຜູ້ຊາຍ.

ຕາມ​ບົດ​ລາຍ​ງານ​ສຳ​ຫຼວດຂອງ​​ຖົງ​ເສິງ​ລູ​ໂຢວ​ເຊິ່ງ​ເປັນບໍລິ​ສັດ​ທ່ອງ​ທ່ຽວ​ອ໋ອນ​ລາຍ​ທີ່​ມີ​ຊື່​ສຽງຂອງ​ຈີນຊີ້​ໃຫ້​ເຫັນ​ວ່າ:​ແມ່​ຍິງ​ຈີນ​ນິຍົມ​ໄປ​ທ່ຽວ​ຕ່າງປະ​ເທດຫຼາຍ​ກວ່າ​ຜູ້ຊາຍ​ ​ແລະ​ແຫຼ່ງທ່ອງ​ທ່ຽວ​ທີ່​ນິຍົມ​ທີ່​ສຸດ​ຕົ້ນຕໍກໍ​ຄື ​ໄທ,ຫວຽດນາມ,​ເກາະ​ບາ​ຫຼີ,ມານ​ດິຟ,ອັງກິດ,ຝຣັ່ງ,ສວິສ, ອົສຕຣາລີ,ຍີ່ປຸ່ນ,ຮົງ​ກົງ​ຈີນ,ມາ​ກາວ​ຈີນ​ແລະ​ອື່ນໆ. ຂະນະດຽວ​ກັນ​ກໍນິຍົມ​ໄປ​ທ່ຽວ​ຕ່າງປະ​ເທດ​ດ້ວຍ​ກຳ​ປັ່ນ​ທ່ອງ​ທ່ຽວ​.

ບົດ​ລາຍ​ງານ​ຂອງ​ "ລູມາ​ມາ" ທີ່​ເປັນ​ອີກ​ໜຶ່ງບໍລິສັດ​ທ່ອງ​ທ່ຽວ​ອ໋ອນລາຍ​ ​ກໍ​ລະບຸ​ວ່າ: ​ໄທ,ຟີ​ລິບ​ປິນ​ແລະ​ຍີ່ປຸ່ນ​ເປັນ​ປະ​ເທດ​ຍອດ​ນິຍົມ​ແຕ່​1-3ຕາມ​ລຳດັບສຳລັບ​ນັກ​ທ່ອງ​ທ່ຽວ​ເພດ​ຍິງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ