ປີ​ນີ້ ຫວຽດນາມ​ຫວັງ​​ເປັນ​ເປົ້າໝາຍໂຄງການ​ຊ່ວຍ​ເຫຼືອຈາກ AIIB
2017-03-08 16:01:51  cri 

ທ່ານ​ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວ​ໃນ​ໂອກາດ​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ທ່ານ​ຈິ່ນລີ້​ສິນ ຜູ້ອຳນວຍການ​ໃຫຍ່​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ ຫຼື AIIB ​ຢູ່​ນະຄອນຫຼວງຮ່າ​ໂນ​ຍໃນ​ວັນ​ທີ 7 ມີນາ​ນີ້ ​ວ່າ: ທະນາຄານ​ກາງ​ຫວຽດນາມຈະ​ເປັນ​ຜູ້​ຮັບຜິດຊອບ​ປະສານງານ​ໃນ​ກິດຈະກຳ​ທີ່​ກ່ຽວຂ້ອງ​ຂອງ AIIB ຢູ່​ປະ​ເທດ​ຕົນ. ຂະນະ​ທີ່ພື້ນຖານ​ໂຄງ​ລ່າງ​ຫວຽດນາມ​ຕ້ອງການ​ລົງທຶນ​ຢ່າງ​ມະຫາສານ ​ແລະ ​ເງິນ​ກູ້​ບຸລິມະສິດ​ຂອງ AIIB ທີ່​ຕົ້ນທຶນ​ຕ່ຳ​ທັງບໍ່​ຕ້ອງການ​ຮັບປະກັນ​ຈາກ​ລັດຖະບານ​ນັ້ນຖື​ວ່າມີ​ຄວາມ​ໝາຍ​ສຳຄັນຫຼາຍ.

ທ່ານ​ຫງວຽນ​ຊວນຟຸກ ກ່າວ​ຕື່ມ​ວ່າ: ຫວຽດນາມ​ຈະ​ສືບ​ຕໍ່​ເປັນ​ຄູ່​ຮ່ວມ​ທີ່​ເຊື່ອ​ຖືໄດ້​ແລະ​ມີ​ຄວາມ​ຮັບຜິດຊອບ​ຂອງ AIIB ທັງ​ຈະ​ປະຕິບັດ​ພັນທະ​ໃນ​ຖານະ​ເປັນ​ສະມາຊິກ​ຂອງ AIIB.

ທ່ານ​ຈິ່ນລີ້​ສິນ ​ໄດ້​ກ່າວ​ສະ​ແດງ​ຄວາມຂອບ​ໃຈ​ຫວຽດນາມ​ທີ່​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ການ​ລິ​ເລີ່​ມສ້າງຕັ້ງ AIIB ພ້ອມ​ດ້ວຍ​ກິດຈະກຳ​ຕ່າງໆຫຼັງສ້າງຕັ້ງຂຶ້ນ ​ແລະໃນ​ຖານະ​ເປັນ​ປະ​ເທດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ມະຫາສານ​ແລະ​ພັດທະນາ​ຢ່າງ​ວ່ອງ​ໄວນັ້ນ ກໍຕ້ອງການ​ລົງທຶນ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ, ຂະນະ​ທີ່​ທະນາຄານ​ຕົນ​ກໍ​ຈະ​ຊ່ວຍ​ຫວຽດນາມຕາມ​ຄວາມ​ຕ້ອງການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ