ຈີນ​ແລະ​ຫວຽດນາມ​ຈະ​ຮ່ວມ​ຈັດ​ກິດຈະກຳ​ລອຍ​ນ້ຳ​ມິດຕະພາບຢູ່​ອ່າວຮ່າ​ລອງ
2017-03-08 16:03:36  cri 

​ແຫຼ່ງຂ່າວ​ຈາກ​ພະ​ແນ​ກກິລາ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ ສປ ຈີນ​ໃຫ້​ຮູ້​ຫວ່າງ​ມໍ່ໆ​ນີ້​ວ່າ, ກິດຈະກຳ​ລອຍ​ນ້ຳ​ມິດຕະພາບ​ຈີນ-ຫວຽດນາມ​ຢູ່​​ອ່າວ​ຮ່າ​ລອງ​ປີ 2017 ຈະ​ຈັດ​ຂຶ້ນຢູ່​ອ່າວ​ຮ່າ​ລອງ​ຫວຽດນາ​ມ​ໃນ​ວັນ​ທີ 17 ມີນາ​ນີ້ ​ໂດຍ​ຈະ​ເປັນ​ກິດຈະກຳ​ຂະໜາດ​ໃຫຍ່​ທີ່​ຈີນ​ແລະ​ຫວຽດນາມ​ຮ່ວມ​ຈັດ​ຂຶ້ນ​ເປັນຄັ້ງທຳ​ອິດ.

ທ່ານຫຼິນຈິ້ງ​ຮວາ ຫົວໜ້າ​ສູນ​ພັດທະນາ​ກິລາ​ສັງຄົມ​ເຂດ​ກວາງຊີ ກ່າວ​ວ່າ: ກິດຈະກຳ​ເທື່ອ​ນີ້​ຈະ​ເນັ້ນ​ການ​ແລກປ່ຽນ​ເປັນ​ກົກ ​ແລະ ຈະ​ບໍ່​ຈັດ​ອັນ​ດັບການ​ລອຍ​ໃນ​ໄລຍະ​ປະມານ 1.500 ​ແມັດ. ຂະນະ​ທີ່ຫຼັງ​ແຈ້ງ​ການ​ຕໍ່​ພາຍ​ນອກ​ແລ້ວ ກໍ​ມີ​ຜູ້​ສະໝັກ​ເຂົ້າຮ່ວມຫຼາຍກວ່າ 500 ຄົນ​ເຊິ່ງ​ເປັນຕາມ​ເປົ້າໝາຍ​ທີ່​ຕັ້ງໄວ້ພຽງ​ໃນ​ອາທິດ​ດຽວ ​ແລະ​ເພື່ອ​ຕອບ​ສະໜອງ​ຕາມ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ, ຄະນະ​ຈັດກິດຈະກຳ​ໄດ້​ຕົກລົງ​ເພີ່ມ​ຈຳນວນຕື່ມ​ອີກ ​ແລະ​ມາ​ຮອດ​ປັດຈຸບັນກໍ​ໄດ້​ຮັບ​ການຢືນຢັນ​ແລ້ວ​ວ່າ ຝ່າຍ​ຈີນ​ມີ 90 ທີ​ມ ​ເກືອບ 2.000 ຄົນ​ເຂົ້າຮ່ວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ