ຈີນ​ຂໍ​ຂຶ້ນ​ລິ​ຂະ​ສິດຕໍ່ກົມ​ລິ​ຂະ​ສິດເອີຣົບຢູ່​ໃນ​ອັນ​ດັບ 1 ຂອງ​ໂລກ
2017-03-08 11:00:34  cri 
ວັນ​ທີ 7 ມີນາ​ນີ້, ກົມ​ລິ​ຂະ​ສິດ​ເອີຣົບ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ປະຈຳ​ປີ 2016 ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນການຈັດອັນ​ດັບ​ຂອງ​ການ​ເພີ່ມ​ຈຳນວນການ​ຂໍ​ຂຶ້ນລິ​ຂະ​ສິດຕໍ່ກົມ​ລິ​ຂະ​ສິດເອີຣົບປີຜ່ານມາ​ນັ້ນ,ຈີນ​ໄດ້​ຢູ່​ໃນ​ອັນ​ດັບ 1 ຂອງ​ໂລກ ​ແລະ ​ໃນ​ນີ້​ກວມ 51% ​ແມ່ນ​ຂົງ​ເຂດ​​ໂທລະ​ຄົມ, ຄອມ​ພິວ​ເຕີ​ແລະ​ເຕັກ​ໂນ​ໂລ​ຊີ​ໂທລະ​ຄົມ.

​ປີ 2016, ຈີນ​ໄດ້ຍື່ນຂໍ​ຂຶ້ນ​ລິ​ຂະ​ສິດ 7.150 ​ໂຄງການ​ຕໍ່ກົມ​ລິ​ຂະ​ສິດ​ເອີຣົບ ​ເຊິ່ງ​ເພີ່ມ​ຂຶ້ນ 24,8% ​ເມື່ອ​ທຽບ​ໃສ່​ປີ 2015 ທີ່​ມີ 5.728 ​ໂຄງການ​ ​ໂດຍໂທລະ​ຄົມກວມອັດຕາ​ສ່ວນ​ໃຫຍ່​ອີກ​ເທື່ອ​ໜຶ່ງ.

ບົດ​ລາຍ​ງານລະບຸ​ອີກ​ວ່າ: ​ປີ 2016, ມີ 10 ປະ​ເທດ​ຂໍ​ຂຶ້ນລິ​ຂະ​ສິດ​​ໃນ​ອັນ​ດັບ​ຕົ້ນ​ຂອງ​ໂລກ​ໄດ້​ແກ່ອາ​ເມ​ລິ​ກາ, ​ເຢຍລະ​ມັນ,ຍີ່ປຸ່ນ​,ຝຣັ່ງ,ສະ​ວິສ,ຈີນ,​ໂຮ​ນລັງ,ສ.​ເກົາຫຼີ,ອັງກິດ​ແລະ​ອີ​ຕາ​ລີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ