ເຈົ້າ​ໜ້າ​ທີ່​​ທະຫານ​ຕວກກີ,ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ເຈລະຈາ​​ບັນຫາ​ຊີຣີ​ແລະ​ອີຣັກ
2017-03-08 11:29:49  cri 
ວັນ​ທີ 7 ມີນາ​ນີ້, ກອງທັບ​ປະກອບ​ອາວຸດ​ຕວກກີ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ:​ເຈົ້າ​ໜ້າ​ທີ່​ການ​ທະຫານ​ຂອງປະ​ເທດ​ຕົນ,ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ພວມ​ ​ເຈລະຈາ 3 ຝ່າຍ​ກ່ຽວ​ກັບ​ບັນຫາ​ຊີຣີ​ແລະ​ອີຣັກຢູ່​ອັນ​ຕາ​ເລຍ​ເມືອງ​ແຄມ​ຝັ່ງ​ທະ​ເລ​. ​ໂດຍ​ເນັ້ນ​ການ​ເຄື່ອນ​ໄຫວ​​ທາງການທະຫານ​ໃນ​ຂັ້ນ​ຕອນ​ຕໍ່​ໄປ​ເຊິ່ງ​ເປົ້າ​ໝາຍ​ກໍ​ຄືໂອຣັບອາຮາທີ່​ເປັນ​ຖານ​ທີ່​ໝັ້ນ​ຂອງກຸ່ມ​ຫົວ​ຮຸນ​ແຮງ IS  ກໍ​ຄື​ແຜນ​ປະສານ​ງານ​ການ​ທະຫານ​ຂອງ​ເມືອງ​ມານ​ບີ ທາງ​ພາກ​ເໜືອ​ປະ​ເທດຊີຣີ.

ປັດຈຸບັນ,ຈາກທີ່​ຫຼາຍ​ປະ​ເທດ​ເຂົ້າ​ແຊກ​ແຊງ​ຊີຣີນັ້ນ, ຢູ່​ສະໜາມ​ຮົບ​ປະ​ເທດ​ດັ່ງກ່າວ​ມີ​ທັງ​ໄດ້​ຮັບຜົນ​ປະ​ໂຫຍ​ດຮ່ວມ​ກັນ​ແລະທັງ​ເກີດ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ຮຸນ​ແຮງ ​ໂດຍ​ໃນ​ວັນ​ທີ 2 ມີນາ​ນີ້, ຕວກກີ​ໄດ້​ປະກາດ​ຈະ​​ໂຈມ​ຕີ "ພັກ​ກຸ່ມພັນທະ​ມິດ​ເພື່ອ​ປະຊາທິປະ​ໄຕ"ທີ່​ເປັນ​ກຳລັງ​ປະກອບ​ອາວຸດ​​ເຄິດ​ຢູ່​ເມືອງ​ມານ​ບີ​ຂອງ​ຊີຣີ ​ເຊິ່ງກຸ່ມ​ນີ້​ແມ່ນ​ພັນທະ​ມິດທີ່​ສຳຄັນ​ຂອງ​ອາ​ເມ​ລິ​ກາ​ຢູ່​ສະໜາມ​​ຮົບ​ຊີຣີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ