ກອງ​ປະຊຸມຄະນະ​ກຳມະການ​ປະສົມ​​ເສດຖະກິດ​ການ​ຄ້າ​ຈີນ-ຟີ​ລິບ​ປິນ​​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ​ຫຼາຍ​ຂໍ້
2017-03-08 10:39:54  cri 
ຕາມ​ຂ່າວສານ​ຊິນຮວາ: ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງກະຊວງ​ການ​ຄ້າ​ຈີນ​ແລະກະຊວງ​ການ​ຄ້າ​ແລະ​​ອຸດສາຫະກຳ​ຟີ​ລິບ​ປິນ​ໄດ້​​ເຂົ້າ​ຮ່ວມກອງ​ປະຊຸມຄະນະ​ກຳມະການ​ປະສົມ​ເສດຖະກິດ​ການ​ຄ້າ​ຈີນ-ຟີ​ລິບ​ປິນຄັ້ງ​ທີ 28 ຢູ່​ນະຄອນ​ຫຼວງ​ມະນີ​ລາ​ປະ​ເທດ​ຟີ​ລິບ​ປິນ​ໃນ​ວັນ​ທີ 7 ມີນາ​ນີ້ ​ໂດຍ​ໄດ້​ບັນລຸ​ຄວາມ​​ເປັນ​ເອກະ​ພາບກັນ​ຫຼາຍ​ຂໍ້​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ
​ສອງ​ປະ​ເທດ ພາຍຫຼັງ​ຄະນະ​ກຳມະການ​ດັ່ງກ່າວ​ໄດ້​ຈັດ​ກອງ​ປະຊຸມ​ມາ​ແລ້ວ​ເມື່ອເດືອ​ນສິງຫາ​ປີ 2011.
ທ່ານ​ຈົ່ງ​ຊ່ານ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​ ທີ່​ພວມ​ຢ້ຽມຢາມ​ຟີ​ລິບ​ປິນ ​ແລະ​ທ່ານຣາມອນ ​ເອັມ ​ໂລ​ເປສ໌ ລັດຖະມົນຕີ​ກະຊວງ​ການ​ຄ້າ​ແລະ​ອຸດສາຫະກຳ​ຟີ​ລິບ​ປິນ​ໄດ້ເປັນ​ປະທານ​ກອງ​ປະຊຸມຮ່ວມ ​ແລະ​ໃນ​ໂອກາດ​ນີ້ ທ່ານ​ຈົ່ງ​ຊ່ານ​ກ່າວ​ວ່າ, ຈີນ​ແລະ​ຟີ​ລິບ​ປິນ​ເອົາ​ໃຈ​ໃສ່​ສູງ​ຕໍ່​ກອງ​ປະຊຸມ​ຄັ້ງ​ນີ້ ​ແລະ​ຫວັງ​​ໃຫ້ການ​ພົວພັນ​ທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດຂະຫຍາຍຕົວ​ໃໝ່ ​ແລະ​ນຳ​ເອົາ​ຄວາມ​ຜາ​ສຸກ​ມາ​ໃຫ້​ປະຊາຊົນ​ສອງ​ຊາດ.

ທ່ານ​ໂລ​ເປສ໌​ເປີດ​ເຜີຍ​ວ່າ, ກອງ​ປະຊຸມ​ໄດ້​ກຳນົດ 3 ​ໂຄງການ​ບຸລິມະສິດ​ທີ່​​ໄດ້​ຮັບເງິນ​ກູ້​ດອກ​ເບ້ຍ​ຕ່ຳ​ຂອງ​ຈີນ ​ແລະ​ໄດ້​ປຶກສາ​ຫາລື​ສະຖານ​ທີ່ກໍ່​ສ້າງ​ເຂດ​ນິຄົມ​ອຸດສາຫະກຳ​ຈີນ​ຢູ່​ຟີ​ລິບ​ປິນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ