ຜູ້​ແທນ​​ເພດ​ຍິງ​ໃນສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ມີ 23,7% ສູງ​ກວ່າອັດຕາ​ສະ​ເລ່ຍທົ່ວ​ໂລກ
2017-03-08 10:58:30  cri 
​ເນື່ອ​ງ​​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນທີ່​ວຽນມາ​ເຖິງ​ໃນ​ປີ​ນີ້, ສະຫະພັນ​ສະພາ​ໂລກໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ສຳ​ຫຼວດປະຈຳ​ປີ​ໃນຫົວ​ຂໍ້​ "​ເພດ​ຍິງ​ໃນ​ສະພາ​ປີ 2016" ​​ມີ​ເພດ​ຍິງ​ເຂົ້າ​ຮ່ວມ​​ເຄື່ອນ​ໄຫວການ​ເມືອງຢູ່ 270 ກວ່າ​ສະພາ​ໃນ​ໂລກ ​ໂດຍມາ​ຮອດ​ເດືອນທັນວາ​ປີ 2016, ​ຜູ້​ແທນ​ເພດ​ຍິງຂອງ 68 ສະພາ​ໃນ​ທົ່ວ​ໂລກມີ​ບ່ອນ​ນັ່ງກວມ 30% ຂຶ້ນ​ໄປ, 44 ສະພາ​ຕ່ຳ​ກວ່າ 10% ​ແລະ 5 ສະພາ​ບໍ່​ມີ​ເພດ​ຍິງ, ຂະນະ​ດຽວ​ກັນ, ອັດຕາ​​ເພດ​ຍິງທີ່​ເປັນ​ປະທານ​ສະພາ​ໄດ້​ສູງ​ຂຶ້ນ​ຫຼາຍ​ສົມຄວນ ​ແລະ​​ໄດ້​ບັນລຸ​ເຖິງ​ລະດັບ​ສູງ​ສຸດ​ໃນ​ປະຫວັດສາດ, ​ແຕ່​ຍັງ​ມີ​ຄວາມ​ຫຼຸດ​ໂຕນ​ກັນ​ຫຼາຍຈາກ​ການ​ກຳນົດ​ຂອງ​ສະຫະພັນ​ສະພາ​​ໂລກ​ຄື ​ໃຫ້​ອັດຕາ​ຜູ້​ແທນ​​ເພດ​ຍິງ​ໃນ​ສະພາ​ບັນລຸ​ເຖິງ 50% ​ເຊິ່ງຈຸດ​ນີ້ຍັງ​ຕ້ອງ​​ໄດ້ພະຍາຍາມ​ຕໍ່​ໄປ​ອີກ. ທີ່​ພົ້ນ​ເດັ່ນ​ຄືຜູ້​ແທນ​​ເພດ​ຍິງ​ໃນສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ມີຜູ້​ແທນ​ເພດ​ຍິງ​ກວມ​ເຖິງ 23,7% ສູງ​ກວ່າ​ລະດັບ​ສະ​ເລ່ຍທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ