ຊາຍ​ຊະລາ​ເນ​ປານ​ປະກາດ​ຈະ​ຂຶ້ນ​ຈອມ​ພູ​ໂຈ​ໂມ​ລັງ​ມາອີກ
2017-03-08 14:30:35  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ບໍ່​ດົນ​ນີ້, ທ່ານ​ມິນ ບາ​ຮາ​ດູ ​ເຊີຈັນ ທ່ານເນ​ປານ​ອາຍຸ 86 ປີ​ໄດ້​ປະກາດ​ຕໍ່​ທົ່ວ​ໂລກ​ວ່າ ​ຕົນ​​ໄດ້​ກຽມພ້ອມ​ຈະ​ຂຶ້ນ​ຈອມ​ພູ​ໂຈ​ໂມ​ລັງ​ມາ​ອີກ​ເທື່ອ​ໜຶ່ງ​ໃນ​ລະດູ​ໃບ​ໄມ້​ປົ່ງ​ປີ​ນີ້.

ກ່ອນ​ໜ້າ​ນີ້ 9 ປີ​ ຄືປີ 2008, ທ່ານ​ເຊີ​ຈັນ​ອາຍຸ 77 ປີ​ເຄີຍ​ຂຶ້ນ​ຈອມ​ພູ​ໂຈ​ໂມ​ລັງສາ ທີ່​ເປັນ​ຈອມ​ພູ​ສູງ​ສຸດ​​ໃນ​ໂລກ​ສຳ​ເລັດ​ຜົນ ​ແລະອົງການ​ສະຖິຕິ​ກິ​ນິສ໌​ໂລກ​ກໍ​ຢືນຢັນ​ວ່າ​ເພິ່ນ​ເປັນຜູ້​​ມີ​ອາຍຸ​ຫຼາຍ​ກວ່າ​ໝູ່​ທີ່​ສາມາດ​ຂຶ້ນ​ຈອມ​ພູ​ໂຈ​ໂມ​ລັງ​ມາ​ໄດ້. ​ແຕ່ປີ 2013, ສະຖິຕິ​ຂອງ​ເພິ່ນ​ຖືກ​ທ່ານ ຢູຈິ​ໂຣ ມູຣາ ຊາຍ​ຍີ່ປຸ່ນ​​ມີ​ອາຍຸ 80 ປີ​​ໄດ້ທຳລາຍສະຖິຕິ​ຂອງ​ເພິ່ນ.

ທ່ານ​ເຊີ​ຈັນ​ກ່າວ​ວ່າ: "ຮ່າງກາຍ​ຂອງ​ຂ້ອຍ​ບໍ່​ມີ​ບັນຫາ ​ໂດຍທ່ານໝໍ​ໄດ້​ກວດ​ວ່າ ຂຶ້ນ​ພູ​ບໍ່​ມີ​ບັນຫາ, ຂ້ອຍ​ກໍ​ດີ​ໃຈ​ທີ່​ສຸດ​ທີ່​ຍັງ​ມີ​ໂອກາດ​ກ້າວ​ໄປ​ເພື່ອບັນລຸ​ຄວາມ​ຝັນ​ຂອງ​ຕົນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ