ໄທ​ຈະ​ຈັດ 'ມະ​ຫາ​ວິ​ທະ​ຍາ​ໄລ​ທຳ​ມະ​ສາດ 2017--ງານ​ເອັກ​ໂປ​ອາ​ຊຽນ'
2017-03-08 16:15:58  cri 
    ເພື່ອ​ລະ​ນຶກ​ວັນ​ສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 50 ປີ ແລະ​ຕ້ອນ​ຮັບອາ​ຊຽນ​ສ​ະ​ໄໝ 4,0, ສູນ​ຄົ້ນ​ຄວ້າ​ອາ​ຊຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ທຳ​ມະ​ສາດ​ໄທ ຈະ​ຈັດ 'ມະ​ຫາ​ວິ​ທະ​ຍາ​ໄລ​ທຳ​ມະ​ສາດ 2017--ງານ​ເອັກ​ໂປ​ອາ​ຊຽນ' ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຕົນ​ແຕ່​ວັນ​ທີ 23-26 ມີ​ນານີ້ ໂດຍ​ຈະ ​ເຊີນ​ຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ຂອງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊ​ຽນ ​ເຂົ້າ​ຮ່ວມ 'ເວ​ທີ​ປຶກ​ສາ​ຫາ​ລື​ມະ​ຫາ​ວິ​ທະ​ຍ​າ​ໄລ​ທຳ​ມະ​ສາດ-ອາ​ຊຽນ', 'ກອງ​ປະ​ຊຸມ​ສາ​ກົນ​ມະ​ຫາ​ວິ​ທະ​ຍາ​ໄລ​ທຳ​ມະ​ສາດ 2017-ອາ​ຊຽນ' ແລະ​ກິດ​ຈະ​ກຳ​ອື່ນໆ. ຂະ​ນະ​ດຽວ​ກັນ ຍັງ​ຈະ​ຈັດ​ງານ​ວາງ​ສະ​ແດງ​ຕ່າງໆ ເພື່ອ​ແນະ​ນຳ​ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ, ສະ​ຖາ​ນ​ທີ່​ທ່ອງ​ທ່ຽວ​ແລະ​ອາ​ຫານ​ຂອງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ.

    ຜູ້​ຈັດ​ຕັ້ງ​ງານດັ່ງ​ກ່າວ​ໃຫ້​ຮູ້​ວ່າ ນີ້​ແມ່ນ​ກິດ​ຈະ​ກຳ​ສຳ​ຄັນ​ຄັ້ງ​ທຳ​ອິດ​ຂອງ​ໄທ​ເພື່ອ​ລະ​ນຶກວັນ​ສ້າງ​ຕັ້ງ​ອາ​ຊຽນ​ຄົບ​ຮອບ 50 ປີ ເຊິ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​​ຈາກສ​ະ​ຖານ​ທູດ​ປະ​ເທດ​ໃນ​ອາ​ຊຽນ​ປະ​ຈຳ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ