ລັດ​ຖະ​ມົນ​ຕີ​ການ​ຄ້າ​ຈີນ​ຄົນ​ໃໝ່​ເຂົ້າ​ຢ້ຽມ​ຄຳ​ນັບ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ
2017-03-08 16:26:33  cri 
    ຕາມ​ຂ່າວ​ສານ​ຈີນ: ທ່ານ ຈົ່ງ​ຊ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ ໂຣດ​ຣີ​ໂກ ດູ​ເຕີ​ເຕ​ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປິນ​ຢູ່​ນະ​ຄອນຫຼວງ​ມະ​ນີ​ລາ​ໃນ​ວັນ​ທີ 7 ມີ​ນານີ້.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ຈົ່ງ​ຊ່ານ ​ໄດ້ກ່າວ​ວ່າ, ກອງ​ປ​ະ​ຊຸມ​ຄັ້ງ​ທີ 28 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ປະ​ເທດ ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ, ຂະ​ນະ​ທີ່​ຈີນ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຟິ​ລິບ​ປິນ​ພາຍ​ໃຕ້​ຂອບຫຼາຍ​ຝ່າຍ, ສະ​ໜັບ​ສະ​ໜູນ​ການ​ເປັນ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​, ລົງ​ເລິກ​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ ແລະ​ຮ່ວມ​ກັນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສ້າງ​ສັນ​ເພື່ອ​ຊຸກ​ຍູ້​ການ​ເຈ​ລະ​ຈາ RCEP ໃຫ້​ສຳ​ເລັດ​ໂດຍ​ໄວ.

    ທ່ານ ຈົ່ງ​ຊ່ານ ຍັງ​ໄດ້​ຂອບໃຈ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ດູ​ເຕີ​ເຕ ທີ່ຕອບ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ ສີ​ຈິ້ນ​ຜິງ ແລະ​ຈະ​ເດີນ​ທາງ​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ' ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ເດືອນ​ພຶດ​ສະ​ພາ​ປີນີ້.

    ທ່ານ ດູ​ເຕີ​ເຕ ກ່າວ​ວ່າ, ຈີນ​ແມ່ນ​ເພື່ອນ​ມິດ​ແລະ​ອ້າຍ​ນ້ອງ​ຂອງ​ຟິ​ລິບ​ປິນ, ການ​ຢ້ຽມ​ຢາມ​ຂອງ​ທ່ານ ຈົ່ງ​ຊ່ານ ໃນຄັ້ງ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຢ່າງ​ຈະ​ແຈ້ງວ່າ: ​​ຈີນໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ຢ່າງ​ເຕັມ​ທີ່ ແລະ​ເອົາ​ໃຈ​ໃສ່​ສູງ​ຕໍ່​ການ​​ເສີມຂະ​ຫຍາຍ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ ແລະ​ໃນ​ໂອ​ກາດນີ້ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຈີນ​ທີ່​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແລະ​ສະ​ໜັບ​ສະ​ໜູນປະ​ເທດ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ