ລັດຖະສະພາ​ຟີ​ລິບ​ປິນລະງັບການ​ແຕ່ງ​ຕັ້ງທ່າ​ນ​ຢາ​ໄຊ​ດຳລົງ​ຕຳ​ແໜ່​ງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ
2017-03-09 11:19:29  cri 
ວັນ​ທີ 8 ມີນາ​ນີ້, ຄະນະ​ກຳມະການ​ແຕ່ງ​ຕັ້ງ​ຂອງ​ລັດຖະສະພາ​ຟີ​ລິບ​ປິນ​ໄດ້​ລະງັບ​ການ​ແຕ່ງ​ຕັ້ງທ່າ​ນ​ເປີ​ເປັກ​ໂຕ ຢາ​ໄຊ ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​​​ແລະ​ມີ​ຜົນນັບ​ແຕ່​ວັນ​ທີ 8 ມີນາ​ນີ້​ເປັນ​ຕົ້ນ​ໄປ​ເນື່ອງ​ຈາກ​ທ່ານ​​ໄດ້​ປິດ​ບັງ​ຄວາມ​ຈິງ​ທີ່​ຕົນ​ເຄີຍ​ເປັນ​ພົນລະ​ເມືອງ​ອາ​ເມ​ລິ​ກາ.

ໃນ​ການຟັງ​ຄຳ​ໃຫ້ການ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ດັ່ງກ່າວ, ທ່ານ​ຢາ​ໄຊກ່າວ​ຮັບວ່າ​ຕົນ​ເຄີຍ​ຖື​ໜັງສືຜ່ານ​ແດນ​ອາ​ເມ​ລິ​ກາ ທັງ​ສະ​ແດງ​ຄວາມ​ຂໍ​ໂທດທີ່ ​​ເຮັດ​ໃຫ້​ຄະນະ​ກຳມະການ​ແຕ່ງ​ຕັ້ງ​ເຂົ້າ​ໃຈ​ຜິດ. ຂະນະ​ທີ່​ໃນເດືອນ​ກຸມ​ພາ​ປີ​ນີ້, ທ່ານ​ຢາ​​ໄຊ​ກໍໄດ້​ຢືນຢັນ​ໃນ​ໂອກາດ​ເຂົ້າ​ຮ່ວມ​ຟັງ​ຄຳ​ໃຫ້ການ​ເທື່ອທຳ​ອິດ​ຂອງ​ຄະນະ​ກຳມະການ​​ແຕ່ງ​ຕັ້ງ​ລັດຖະສະພາ​ວ່າ, ຕົນ​ບໍ່​ເຄີຍມີ​ໜັງສືຜ່ານ​ແດນ​ອາ​ເມ​ລິ​ກາ.
 ຕາມ​ລັດຖະທຳ​ມະນູນ​ຟີ​ລິບ​ປິນ, ຫຼັງ​​ໄດ້ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ປະທານາທິບໍດີ​ແລ້ວ, ບັນດາ​ລັດຖະມົນຕີ​ຍັງ​ຕ້ອງ​ຜ່ານ​ການ​ກວດ​ຄຸນ​ວຸດ​ທິແລະ​ໄດ້​ຮັບ​ການອະນຸມັດ​ຈາກ​ຄະນະ​ກຳມະການ​ແຕ່ງ​ຕັ້ງຂອງ​ລັດຖະສະພາກ່ອນ​ຈິ່ງ​ຈະສາມາດ​ດຳລົງ​ຕຳ​ແໜ່​ງຢ່າງ​ເປັນ​ທາງ​ການ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ