ວິສາຫະກິດຂະໜາດ​ນ້ອຍ​ຈີນ​ນຳ​ໜ້າ​ໝູ່​​ໃນ​ຂົງ​ເຂດ​ເສ​​ດຖະກິດ​ດີ​ຈີ​ຕອນຢູ່ຕະຫຼາອາຊີ​ປາຊີ​ຟິກ
2017-03-09 15:54:52  cri 

ສະມາຄົມ​ນາຍ​ບັນຊີ​ອົສຕຣາລີ ​ເຜີຍ​ແຜ່​ຜົນ​ການ​ສຳຫຼວດການ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ໃນ​ວັນ​ທີ 8 ມີນາ​ນີ້ ​ໂດຍສຳຫຼວດ​ໃນ 8 ​ປະ​ເທດ​ແລະ​ເຂດ​ແຄວ້ນ ຄື ​ແຜ່ນດິນ​ໃຫຍ່​ຈີນ, ຮົງ​ກົງ​ຈີນ, ອິນ​ໂດ​ເນ​ເຊຍ, ຫວຽດນາມ, ມາ​ເລ​ເຊຍ, ນູ​ແວນ​ເຊ​ລັງ, ສິງກະ​ໂປ ​ແລະ ອົສຕຣາລີ ​ແລະຫຼັງສຳຫຼວດກໍ​ຊີ້​ໃຫ້​ເຫັນ​ວ່າ: ວິ​ສາ​ຫະກິດ​ຂະ​ໜາດນ້ອຍຂອງ​ແຜ່ນດິນ​ໃຫຍ່​ຈີນ​​ໃນ​ຂົງ​ເຂດ​ເສດຖະກິດ​ດີ​ຈີ​ຕອນ​​ເປັນອັນ​ດັບ​ໜຶ່ງ ​ໃນ​ນີ້ວິ​ສາ​ຫະກິດ 96%​ ​ໄດ້ນຳໃຊ້ສື່​ສັງຄົມ​ອອນລາຍ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ການ​ຄ້າ ​ແລະ 92% ​ໄດ້​ຮັບ​ຜົນ​ກຳ​ໄລຈາກ​ການຈຳໜ່າຍສິນຄ້າ​ທາງ​ອອນ​ລາຍ​.

ຜົນ​ການ​ສຳຫຼວດຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຖິງ​ວ່າ​ສະພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸລະ​ກິດ​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ກໍ​ຕາມ, ​ແຕ່ວິ​ສາ​ຫະກິດ​ຂະໜາດ​ນ້ອຍຂອງ​​ແຜ່ນດິນ​ໃຫຍ່​ຈີນ​​ກວ່າ 70% ກໍຍັງ​ມີ​ຄວາມ​ຄຶກຄັກຄື​ເກົ່າ ​ໂດຍຄາດ​ວ່າ​ທຸລະ​ກິດ​ຕ່າງໆ​ຈະ​​ເຕີບ​ໂຕ​ຂຶ້ນ​ໃນ​ລະດັບ​ໃດ​ໜຶ່ງ​ໃນ 12 ​ເດືອນ​ຂ້າງ​ໜ້າ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ