ຈີນ​ລາວ​ຮ່ວມ​ມື​ສະກັດ​ກັ້ນການ​ປູກຝິ່ນ
2017-03-09 16:54:24  cri 

ທ່ານ​ເສີນ​ຈື້​ໂຢ ຫົວໜ້າ​ວ່າການ​ແທນ​ພະ​ແນ​ກທຸລະ​ກິດ​ການ​ຄ້າ​ແຂວງ​ຢຸນນານ ສປ ຈີນ​ໄດ້​ນຳພາ​ຄະນະ​ທັດ​ສະ​ນະສຶກສາ​ວຽກ​ງານ​ປູກ​ທົດ​ແທນ​ແຂວງ​ຕົນ​ເຂົ້າຢ້ຽມ​ຄຳນັບ​ທ່ານ​ຈອມ​ສີ ລັດຕະນະ​ພັນ ຮອງ​ເຈົ້າ​ແຂວງ​ບໍ່​ແກ້ວ ສປປ ລາວ ​ໂດຍ​ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ຕື່ມ​ອີກ ​ເພື່ອ​ສະກັດ​ກັ້ນການ​ປູກຝິ່ນຢ່າງ​ເດັດຂາດ.
ທ່ານ​ຈອມ​ສີ ​ໄດ້​ຢືນຢັນຜົນງານ​ພົ້ນ​ເດັ່ນ​ທີ່​ສອງ​ຝ່າຍ​ຍາດ​ມາ​ໄດ້​ນັບ​ແຕ່​ຮ່ວມມື​ເຮັດ​ວຽກ​ການ​ປູກ​ທົດ​ແທນ​ເປັນຕົ້ນມາ​ຢ່າງ​ເຕັມ​ສ່ວນ ວ່າ: ​ປັດຈຸບັນ, ​ແຂວງ​ຕົນ​​ໄດ້ປູກພືດ​ທົດ​ແທນ​ໃນ​ເນື້ອ​ທີ່​ 29.000 ​ເຮັກຕາ ​ໂດຍ​ສາມາດ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມແລະ​​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ທ່ານ​ເສີ​ນຈື້​ໂຢ ກ່າວ​ວ່າ: ການ​ປູກ​ພືດທົດ​ແທນ​ມີ​ບົດບາດສຳຄັນຕໍ່​ສອງ​ປະ​ເທດ​ຈີນ​ແລະ​ລາວ ກໍ​ຄື​ປະຊາ​ຄົມ​ໂລກ. ຂະນະ​ທີ່​ຄະນະ​ຂອງ​ຕົນຈະຕັ້ງໜ້າສຶກສາສະພາບ​ຄວາມ​ຈິງ​ຂອງ​ແຂວງ​ບໍ່​ແກ້ວ ​ແລະ ຊີ້​ນຳ, ຊຸກຍູ້​ວິ​ສາ​ຫະກິດ​ປູກ​ທົດ​ແທນ​ໃນ​ການ​ປະກອບສ່ວນ​ຕາມ​ທາງ​ສົມ​ຄວນ​ເພື່ອ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແຂວງ​ດັ່ງກ່າວ.

​ໂອກາດ​ຢ້ຽມຢາມ​ແຂວງ​ບໍ່​ແກ້ວ, ຄະນະທັດສະນະ​ສຶກສາ​ວຽກ​ງານ​ປູກ​ທົດ​ແທນ​ແຂວງ​ຢຸນນານ ​ໄດ້​ຮ່ວມກອງ​ປະຊຸມ​ສົນທະນາ​ກັບ​ 11 ວິ​ສາ​ຫະກິດ​ຈີນ​ທີ່​ເຂົ້າຮ່ວມ​ການ​ປູກ​ທົດ​ແທນ​ຢູ່​ແຂວງດັ່ງກ່າວ ​ແລະ ​ໃນ​ກອງ​ປະຊຸມ, ທ່ານ​ນາງ​ເສີນ​ຊຸ້ຍຢິ່ງ ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຢຸນຊ້ຽງຈຳກັດ ທີ່​ຂຶ້ນກັບ​ລັດ​ວິ​ສາ​ຫະກິດ​ການ​ກະ​ເສດຢຸນນານ​ຈຳກັດ ​ໄດ້​ລາຍ​ງານຜົນ​ການ​ປູກ​ທົດ​ແທນ​ຂອງ​ບໍລິສັດ​ຕົນ​ຈາກຄວາມ​ຮັບຜິດຊອບ 4 ດ້ານ ຄື ​ການ​ເກືອດ​ຫ້າມ​ຢາ​ເສບ​ຕິດ, ການ​ປັບປຸງຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ, ການ​ຊ່ວຍ​ສັງຄົມ ​ແລະ ການ​ອະນຸລັກ​ສິ່ງ​ແວດ​ລ້ອມ. ຂະນະ​ທີ່​ທ່ານ​ເສີນ​ຈື້​ໂຢ ກໍ​ໄດ້​ສະ​ເໜີ 3 ຂໍ້ຕໍ່​ວິ​ສາ​ຫະກິດ​ເຂົ້າຮ່ວມ​ການ​ປູກ​ທົດ​ແທນ ຄື ໜຶ່ງ, ຕ້ອງຍຶດໝັ້ນ​ຄວາມ​ເປັນ​ລະບຽບ​ແບບ​ແຜນ​ໃນການ​ພັດທະນາ, ການ​ຄຸ້ມ​ຄອງ ​ແລະ ການ​ບໍລິຫານ. ສອງ, ຕ້ອງຍຶດຖື​​ແລະ​ເຄົາລົບກົດ​ລະບຽບ​ຂະ​ແໜງ​ການ​ຕົນ, ຊື່ສັດ ​ແລະ ສາມ, ຕ້ອງ ຍຶດຖືກະຕິ​ກາ ຮັບປະກັນ​ວຽກ​ງານ​ຕົນກໍ​ເພື່ອ​​ເນັ້ນ​ການ​ເກືອດ​ຫ້າມ​ຢາ​ເສບ​ຕິດ ທັງ​ກ້າແບກ​ຫາບ​ຄວາມ​ຮັບຜິດຊອບ​ຂອງ​ວິ​ສາ​ຫະກິດ​ຕົນ​.

ທັງ​ນີ້ ​ເພື່ອ​ສະກັດ​ກັ້ນຢາ​ເສບ​ຕິດ ​ແລະ ການ​​ແຜ່​ລະບາດ​ຂອງ​ພະຍາດ​ເອດ ​ໂດຍນັບ​ແຕ່​ຊຸມ​ປີ 1990 ​ເປັນຕົ້ນມາ, ​ແຂວງ​ຢຸນນານ ສປ ຈີນ ​ໄດ້​ສົ່ງ​ເສີມ​ການ​ປູກພືດ​ທົດ​ແທນ​ຝິ່ນ​ຢູ່​ຕ່າງ​ປະ​ເທດ​ ​ເຊິ່ງບໍ່​ພຽງ​ແຕ່​ໄດ້​ເສີມ​ຂະ​ຫຍາ​ຍບົດບາດ​​ສຳຄັນ​ໃນ​ການ​ກຳຈັດແຫຼ່ງຢາ​ເສບ​ຕິດຢູ່​ຕ່າງປະ​ເທດ​ແລະສະກັດ​ກັ້ນຢາ​ເສບ​ຕິດ​ຈາກ​ແຫຼ່ງຢາ​ເສບ​ຕິດ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ຍົກ​ລາຍ​ຮັບ​​ຂອງ​ປະຊາຊົນ​ສູງ​ຂຶ້ນ, ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ, ພ້ອມ​ທັງ​​ໄດ້ຊຸກຍູ້ພາລະກິດຕ່າງໆ ​ສັງຄົມ​ ​ເຊັ່ນ ການ​ສຶກສາ, ວັດທະນະທຳ, ການ​ປິ່ນປົວ​ສຸຂະພາບ ​ແລະ​ອື່ນໆ​ໃຫ້​ພັດທະນາອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ