ວິ​ສາ​ຫະກິດ​ຈີນ​ເຊັນ​ສັນຍາໂຄງການ​ເຂື່ອນ​ໄຟຟ້າ​ຢູ່​ປາ​ກິ​ສະຖານ
2017-03-09 14:49:31  cri 
ວັນ​ທີ 8 ມີນາ​ນີ້ ຢູ່​ນະຄອນຫຼວງ​ອິສລາມ​ບັດ​ປະ​ເທດປາກິ​ສະຖານ, ກຸ່ມ​ບໍລິສັດ​ຫຸ້ນ​ສ່ວນ​ເກີ​ໂຈ່​ວປ້າ​ຈີນ​ຈຳກັດ ​ແລະ ກົມ​ພັດທະນາ​​ເຂື່ອນ​ໄຟຟ້າ​ປາ​ກິ​ສະຖານ​ໄດ້​​ເຊັນສັນຍາ​ການ​ກໍ່ສ້າງ​ໂຄ​ງການ​ທີ່​ສຳຄັນ​ຂອງ​ເຂື່ອນ​ໄຟຟ້າ​ກາ​ຊູ ​ເຊິ່ງການ​ເຊັນ​ສັນຍາ​ດັ່ງກ່າວ​ກາຍເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ໂຄງການ​ເຂື່ອນ​ໄຟຟ້າ​ທີ່​ໄດ້​ລົງທຶນ​ຫຼາຍ​ທີ່​ສຸດຢູ່ ​ປະ​ເທດ​ປາກິ​ສະຖານ​ໃນ​ປັດຈຸບັນ​ພວມ​ເລີ່​ມກໍ່ສ້າງຈາກວິ​ສາ​ຫະກິດ​ຈີນ.

​ໂຄງການ​ເຂື່ອນ​ໄຟຟ້າ​ກາ​ຊູ​ຕັ້ງ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ອິນ​ເດຍຂອງ​ເຂດ​ໂຄ​ຮິ​ສຕັນ​ຄີ​ເບີ​-ປັກ​ຕຸ​ນກວາ​ປະ​ເທດ​ປາ​ກິ​ສະຖານ ​ເຊິ່ງ​ເປັນ​ໜຶ່ງ​ໃນ​ໂຄງການ​ທີ່​ມີ​ລະດັບ​ເຕັກ​ໂນ​ໂລ​ຊີ​ສູງ,ບໍລິ​ມາດ​ການ​ຜະລິດ​ໄຟຟ້າ​ແລະ​ການ​ລົງທຶນຫຼາຍ​ທີ່​ສຸດຂອງປະ​ເທດ ​ໂດຍ​ເຂື່ອນ​ດັ່ງກ່າວ​ມີ​ກຳລັງ​ຕິດ​ຕັ້ງ 5.400 ​ເມ​ກາ​ວັດ ​ແລະ ຫຼັງກໍ່ສ້າງ​ສຳ​ເລັດຈະ​ສາມາດ​ຜະລິດ​ໄຟຟ້າ​​ໄດ້ປະມານ 12 ຕື້​ກິ​ໂລ​ວັດ​ໂມງ ​ໂດຍຈະ​ສາມາດ​ຫຼຸດຜ່ອນ​​ບັນຫາ​ຂາດ​ເຂີນພະລັງ​ໄຟຟ້າ​​ໄດ້​ເປັນ​ຢ່າງ​ດີ. ໂຄງການ​ນີ້​ຄາດ​ວ່າ​ຈະສ້າງ​ວຽກ​​ເຮັດ​ງານ​ທຳ​​ໃຫ້​ແກ່​ປະຊາຊົນປະມານ 8.000 ຄົນ ພ້ອມ​ທັງ​ຈະ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໃຫ້​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ