ຈີນ​ຊ່ວຍ​ກຳປູ​ເຈຍ​ກໍ່ສ້າງ "ສູນ​ຕ້ານ​ພະຍາດ​ຕິດ​ແປດ"
2017-03-09 14:33:04  cri 
ຕາມ​ຂ່າວສານ​ຈີນ: ​ເພື່ອ​ຍົກ​ຄວາມ​ສາມາດ​ປ້ອງ​ກັນ​ພະຍາດ​ຕິດ​ແປດ​ຂອງ​ລາຊະ​ອານາຈັກ​ກຳປູ​ເຈຍ, ລັດຖະບານ​ຈີນ​ຈະ​ຊ່ວຍ​ປະ​ເທດ​ດັ່ງກ່າວ​ກໍ່​ສ້າງ "ສູນ​ຕ້ານ​ພະຍາດ​ຕິດ​ແປດ" ​ແຫ່ງ​ໃໝ່.
​ໂຄສົກ​ກະຊວງ​ສາທາ​ລະນະ​ສຸກ​ກຳປູ​ເຈຍ​ກ່າວ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 8 ມີນາ​ນີ້​ວ່າ, ລັດຖະບານ​ກຳປູ​ເຈຍ ​ແລະ​ລັດຖະບານ​ຈີນ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ໃນ​ວັນ​ທີ 7 ມີນາ​ນີ້​ ​ໂດຍ​ລະບຸ​ວ່າ ຈີນ​ຈະ​ຊ່ວຍກໍ່​ສ້າງ "ສູນ​ຕ້ານ​ພະຍາດ​ຕິດ​ແປດ" ​ໃຫ້​ແກ່ປະ​ເທດ​ຕົນ ​ເພື່ອ​ປ້ອງ​ກັນ​ພະຍາດ​ຕິດ​ແປດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ຕໍ່ໜ້າ.

​ໂຄສົກ​ຜູ້​ນີ້​ກ່າວ​ຕື່ມ​ວ່າ, "ສູນ​ຕ້ານ​ພະຍາດ​ຕິດ​ແປດ" ທີ່​ຈະ​ກໍ່ສ້າງ​ນັ້ນ​ຕັ້ງ​ຢູ່​ໃກ້​ຕຶກ​ຫ້ອງການ​ກະຊວງ​ສາທາລະນະ​ສຸກ​ກຳປູ​ເຈຍ ​ໂດຍຈະ​ເລີ່​ມລົງມື​ກໍ່ສ້າງ​ໃນ​ໄວໆ​ນີ້ ​ແລະຄາດ​ວ່າ​ຈະ​ໃຊ້​ເວລາ​ກໍ່ສ້າງສອງ​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ