ໄທ​ຈະ​ລົງທຶນ 400 ຕື້​ບາດ​ກໍ່​ສ້າງ​ສູນ​ການບິນ​ພາກ​ພື້ນ
2017-03-09 15:54:57  cri 
ຕາມ​ຂ່າ​ວສານ​ຈີນ: ​ເຈົ້າ​ໜ້າ​ທີ່​ໄທ​ກ່າວ​ວ່າ, ​ປະ​ເທດ​ຕົນຈະ​ພະຍາຍາມກໍ່​ສ້າງ​ສູນ​ການບິນ​ພາກ​ພື້ນ ​ເຊິ່ງປະກອບ​ມີ​ສະໜາມ​ບິນ, ສູນ​ຂົນ​ສົ່ງ​ສິນຄ້າ​ທາງ​ອາກາດ ​ແລະ​ສູນ​ສ້ອມ​ແປງ​​ເຮືອບິນ ທີ່​ນຳ​ໜ້າ.

ທ່ານ​ອາຄົມ ​ເຕີມ​ພິ​ທະຍະ​​ໄພສິດ ລັດ​ຖະມົນຕີ​ກະຊວງ​ຄົມມະນາຄົມ​ໄທ​ກ່າວ​ວ່າ, 10 ປີຕໍ່ໜ້າ​ນີ້, ​ຈະ​ລົງທຶນ 400 ຕື້​ບາດ ​ເພື່ອ​ສາມາດເພີ່ມປະລິມານ​ການ​ຂົນ​ສົ່ງ​ຜູ້​ໂດຍສານ​ຂອງສະໜາມ​ບິນ 39 ​ແຫ່ງ​​ໃນ​ປະ​ເທດ​ຈາກ 130 ລ້ານ​ເທື່ອ​ຄົນ​ຕໍ່​ປີ ຂຶ້ນ​​ເປັນ 277 ຕື້​ຄົນ​ຕໍ່​ປີ ​ແລະຄວາມ​ສາມາດ​ຂົນ​ສົ່ງ​ສິນຄ້າ​ທາງ​ອາກາດ​​ໃຫ້ເພີ່ມ​ຈາກ 1 ລ້ານ 3 ​ແສນ​ໂຕ​ນຕໍ່​ປີ​ຂຶ້ນ​​ເປັນ 3 ລ້ານ​ໂຕນ​ຕໍ່​ປີ.

ຂ່າວ​ແຈ້ງ​ຕື່ມ​ວ່າ, ຫວ່າງ​ແລ້ວ​ນີ້, ຄະນະ​ປະທານ​ບໍລິສັດ​ສະໜາມ​ບິນ​ໄທ​ໄດ້​ອະນຸມັດ​ແຜນ​ພັດທະນາ​ສະໜາມ​ບິນ​ຮອບ 10 ປີ ​ເຊິ່ງຈະ​ລົງທຶນ 220 ຕື້​ບາດ ​ເພື່ອ​ປັບປຸງການ​ບໍລິການ​ດ້ວຍ​ລະບົບຮາດ​ແວ ​ແລະ​ຊ໋ອບ​​ແວ​ຂອງ​ສະໜາມ​ບິນ​ສາກົນ 6 ​ແຫ່ງ ​ເຊັ່ນ: ສະໜາມ​ບິນ​ສຸວັນນະ​ພູມ, ສະໜາມ​ບິນ​ດອນ​ເມືອງ, ສະໜາມ​ບິນ​ຊຽງ​​ໃໝ່, ສະໜາມ​ບິນ​ຊຽງ​ລາຍ, ສະໜາມ​ບິນ​ພູ​ເກັດ ​ແລະ​ສະໜາມ​ບິນຫາດ​ໃຫຍ່, ​ເມື່ອ​ເຖິງ​ເວລາ​ນັ້ນ, ຄວາມ​ສາມາດ​ຂົນ​ສົ່ງ​​ໂດຍ​ຜູ້​ສານ​ຂອງ​ສະໜາມ​ບິນທັງ 6 ​ແຫ່ງ​ນີ້​ຈະ​ເພີ່ມ​ຈາກ 83 ລ້ານ 5 ​ແສນ​ຄົນ​ຕໍ່​ປີຂຶ້ນ​ເປັນ 200 ລ້ານ​ຄົນ​ຕໍ່​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ