ຫ້ອງການ​ຖະ​ແຫຼ​ງຂ່າວ​ຈີນ​ເປີດ​ເຜີຍ "ບົດລາຍ​ງານ​ບັນຫາ​ສິດທິ​ມະນຸດ​ອາ​ເມ​ລິ​ກາ 2016" ​ແລະ "ບົດ​ລາຍ​ງານ​ອາ​ເມ​ລິ​ກາ​ລະ​ເມີດ​ສິດທິມະນຸດ​ 2016"
2017-03-09 17:00:40  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຫ້ອງການ​ຖະ​ແຫຼ​ງຂ່າວ​ຈີນ​ເປີດ​ເຜີຍ "ບົດລາຍ​ງານ​ບັນຫາສິດທິ​ມະນຸດ​ອາ​ເມ​ລິ​ກາ 2016" ​ແລະ "ບົດລາຍ​ງານ​ອາ​ເມ​ລິ​ກາ​ລະ​ເມີດມະນຸດ​ສະ​ທຳ 2016" ​ໃນ​ວັນ​ທີ 9 ມີນາ ​ໂດຍ​ໄດ້​ຕອບ​ໂຕ້ ອາ​ເມ​ລິ​ກາຫຼັງ​ປະ​ເທດ​ນີ້​ໄດ້​ເປີດ​​ເຜີຍ "ບົດ​ລາຍ​ງານ​ບັນຫາສິດທິ​ມະນຸດ​ຂອງປະ​ເທດ​ຕ່າງໆ" ​​ໂດຍ​ລະບຸ​ໄວ້ວ່າ, ການ​ທີ່ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​​ເປີດ​ເຜີຍ "ບົດ​ລາຍ​ງານບັນຫາ​ສິດທິ​ມະນຸດ​ຂອງປະ​ເທດ​ຕ່າງໆ 2016"​ ​ໃນ​ວັນ​ທີ 3 ມີນາ​ນີ້​ມີ​ການ​ສືບ​ຕໍ່​ຈະ​ພະຍາຍາມ​ຍົກ​ໂຕ​ເປັນ "ກຳມະການ​ດ້ານ​ສິດທິ​ມະນຸດ" ​ແລະ​ໃຊ້ "ສິດທິ​ມະນຸດ​ເປັນ​ຄັນ​ຕາ​ລະ​ບັດ", ຂະນະ​ດຽວ​ກັນ​ກໍຕຳ​ນິສະພາບ​ສິດທິ​ມະນຸດ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ ​ໂດຍ​ບໍ່​ໄດ້​ສົນ​ໃຈ​ຕໍ່​ບັນຫາ​ສິດທິ​ມະນຸດ​ທີ່ຖືກ​ລະ​ເມີດ​ຢ່າງ​ໜັກໜ່ວງ​ຂອງ​ອາ​ເມ​ລິ​ກາ​ເອງ.

ບົດ​ລາຍ​ງານ​ດັ່ງກ່າວ​ປະກອບ​ດ້ວຍຄຳ​ນຳ, ການ​ສະທ້ອນ​ບັນຫາຊີວິດ ​ແລະ​ສິດທິທາງ​ຮ່າ​ງກາຍ​ທີ່ຖືກ​ລ່ວງ​ລະ​ເມີດຢ່າງ​ໜັກໜ່ວງ, ສິດທິ​ການ​ເມືອງ​ຖືກ​ຢຽບ​ຢ່ຳ, ສະພາບ​ການດຳລົງ​ຊີວິດ​ຂອງ​ກຸ່ມ​ຄົນ​ມີ​ລາຍ​ໄດ້​ປານ​ກາງ​ແລະ​ຕ່ຳ​ປະສົບ​ຄວາມ​ຫຍຸ້ງຍາກ, ການ​ດູ​ໝິ່ນ​ເຊື້ອ​ຊາດ​ນັບ​ມື້​ນັບ​ຮ້າຍ​ແຮງ, ສິດທິ​ຂອງ​ແມ່ຍິງ, ​ເດັກນ້ອຍ​ແລະ​ຜູ້​ຊະລາ​ຂາດ​ຄວາມ​ຮັບປະກັນ, ລ່ວງ​ລະ​ເມີດ​ສິດທິ​ມະນຸດ​ຂອງ​ປະ​ເທດ​ອື່ນ​ຢ່າງ​ບັງ​ອາດ ​ແລະ​ອື່ນໆ ​ເຊິ່ງມີ​ປະມານ 6 ໝື່ນ​ຕົວ​ໜັງສື ​ແລະ​ໄດ້​ຍົກ​ຕົວຢ່າງ​ບັນຫາ​ສິດທິ​ມະນຸດ​ຂອງ​ອາ​ເມ​ລິ​ກາ​ຈາກ​ດ້ານ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ