ປະ​ເທດ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​ຢ້ຳ​ວ່າ​ຈະຫຼຸດ​ປະ​ລິ​ມານ​ການ​ຜະ​ລິດ
2017-03-09 15:58:49  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ອົງ​ການ​ສົ່ງ​ອອກ​ນ້ຳ​ມັນ​ເຊື້ອ​ໄຟ ຫຼື ໂອ​ເປັກ ແລະ​ປະ​ເທດ​ຜະ​ລິດ​ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ບໍ່​​ຂຶ້ນ​ກັບອົງ​ການ​ດັ່​ງ​ກ່າວ ໄດ້​ກ່າວ​ຢ້ຳ​ໃນ​ກອງ​ປະ​ຊຸມ​ພະ​ລັງ​ງານ​ແຄມບ​ຣິກ​ທີ່​ຈັດ​ຂຶ້ນ​ຢູ່​ຮິວ​ສ໌​ຕັນ​ເມື່ອ​ວັນ​ທີ 7 ມີ​ນານີ້​ວ່າ ຈະ​ປະ​ຕິ​ບັດ​ຕາມ​ສັນ​ຍາຫຼຸດ​ປະ​ລິ​ມານ​ການ​ຜະ​ລິດ​ທີ່​ເຊັນ​ກັນ​ໃນ​ທ້າຍ​ປີ​ຜ່ານ​ມາ ເພື່ອ​ເຮັດ​ໃຫ້​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ໂລກໝັ້ນ​ທ່ຽງ, ຂະ​ນະ​ທີ່​ທ່ານ ຄາ​ລິດ ອັນ ຟາ​ລິ​ເຮິ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ອາ​ຣັບ​ບີຊາ​ອຸດິດ​ ກ່າວ​ວ່າ, ການຫຼຸດ​ປະ​ລິ​ມານ​ການ​ຜະ​ລິດ​ກໍ​ເພື່ອ​ຕ້ອງ​ການ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ໂອ​ເປັກ​ແລະ​ປະ​ເທດ​ບໍ່​ແມ່ນ​ສະ​ມາ​ຊິກ​ໂອ​ເປັກ.

    ທັງ​ນີ້ ໂອ​ເປັກ​ແລະ 11 ປະ​ເທດ​ທີ່​ບໍ່​ແມ່ນ​ສະ​ມາ​ຊິກ​ໂອ​ເປັກ​ເຊັ່ນ​ຣັດ​ເຊຍ​ເປັນ​ຕົ້ນ ໄດ້​ເຊັນ​ສັນ​ຍາຫຼຸດ​ປະ​ລິ​ມານ​ການ​ຜະ​ລິດ​ໃນທ້າຍ​ປີຜ່ານ​ມາ ເຊິ່ງ​ຕາມ​ສັນ​ຍາ​ດັ່ງ​ກ່າວ, ໂອ​ເປັກ​ຈະຫຼຸດປະ​ລິ​ມານ​ການ​ຜະ​ລິດ​ສະ​ເລ່ຍ 1 ລ້ານ 2 ແສນບາ​ເຣນ​ ​ຕໍ່​ມື້ ແລະ 11 ປະ​ເທດ​ດັ່ງ​ກ່າວ​ຈະຫຼຸດ 5 ແສນ 5 ໝື່ນ 8 ພັນ​ບາ​ເຣນ​ໃນ 6 ເດືອນ​ຕົ້ນ​ປີນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ