ດາວ​ທຽມ ZY-3 ຈີນ​ບໍ​ລິ​ການຢູ່​ລາວ
2017-03-09 16:00:23  cri 
    ຫວ່າງມໍ່ໆ​ນີ້, ສູນ​ນຳ​ໃຊ້​ດາວ​ທຽມ​ຊັບ​ພະ​ຍາ​ກອນ​ຈີນ ແລະ ອົງ​ການ​ວັດ​ແທກ​ແຫ່ງ​ຊາດ​ລາວ ໄດ້​ເຊັນ​ສັນ​ຍາ​ການ​ນຳ​ໃຊ້​ຂໍ້​ມູນ​ຂອງ​ດາວ​ທຽມ ZY-3 ຈີນຢູ່​ລາວ ໂດຍ​ບໍ​ລິ​ສັດ space eye ລາວ​ໄດ້​ຮັບ​ສິດ​ ແລະ​ເປັນ​ຜູ້​ປະ​ຕິ​ບັດ​ໂຄງ​ການດ້ວຍ​ການ​ຮັບ​ຜິດ​ຊອບ​​ທັງການ​ຮັບ, ຄຸ້ມ​ຄອງ ແລະ​ນຳ​ໃຊ້​ຂໍ້​ມູນ​ຂອງ​ດາວ​ທຽມ​ດັ່ງ​ກ່າວ.

    ບໍ​ລິ​ສັດ space eye ລາວ​ ຈະ​ສ້າງ​ລະ​ບົບ​ຮັບ​ແລະ​ຄຸ້ມ​ຄອງ​ຂໍ້​ມູນ​ດັ່ງ​ກ່າວ​ຢູ່​​ຫ້ອງ​ການ​ຂອງ​ອົງ​ການ​ວັດ​ແທກ​ແຫ່ງ​ຊາດ​ລາວ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ດາວ​ທຽມ ZY-3 ຈະ​ບໍ​ລິ​ການທັງ​ພາກ​ລັດ​, ເອ​ກະ​ຊົນ​ແລະ​ປະ​ຊາ​ຊົນ​ລາວ​ຢ່າງ​ເປັນ​ທາງ​ການ.

    ການ​ເປີດ​ບໍ​ລິ​ການ​ດາວ​ທຽມ ZY-3 ໄດ້​ສະ​ແດງ​ໃຫ້​ເຫັນວ່າ: ​ລັດ​ຖະ​ບານຈີນ ໂດຍ​ສະ​ເພາະ​ສູນ​ນຳ​ໃຊ້​ດາວ​ທຽມ​ຈີນ​ໄດ້​ສະ​ໜັບ​ສະ​ໜູນ​ເຕັກ​ນິກ​ຂັ້ນ​ສູງ​ໃຫ້​ແກ່​ລັດ​ຖະ​ບານ​ລາວ. ຂ່າວ​ແຈ້ງວ່າ, ຂໍ້​ມູນ​ຂອງ​ດາວ​ທຽມ​ດັ່ງ​ກ່າວ​ຈະ​ນຳໃຊ້​ຢູ່​ທຸກໆ​ຂະ​ແໜງ​ການ​ຂອງ​ລາວ ເຊັ່ນ: ວັດ​ແທກ​ແລະ​ແຕ້ມ​ແຜນ​ທີ່, ກະ​ສິ​ກຳ, ປ່າ​ໄມ້, ການ​ຄຸ້ມ​ຄອງ​ທີ່​ດິນ​ແລະ​ຊັບ​ພະ​ຍາ​ກອນ, ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ