ວົງ​ການ​ການ​ຄ້າ​ອາ​ເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້ປັບ​ປຸງ​ພື້ນ​ຖານ​ການ​ພົວ​ພັນ​ດ້ານ​ການ​ຄ້າ​ກັບ​ຈີນ​ໃຫ້​ໝັ້ນ​ຄົງ
2017-03-09 16:54:03  cri 
    ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 8 ມີ​ນາ​ນີ້, ຄະ​ນະ​ກຳ​ມະ​ການ​ການ​ຄ້າ​ອາ​ເມ​ລິ​ກາ-ຈີນ ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ແລະ​ກຸ່ມ​ການ​ຄ້າ​ສອງ​ປະ​ເທດ​ ຈົ່ງ​ຮັກ​ສາ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​, ​ປັບ​ປຸງ​ພື້ນ​ຖານ​​ການ​ພົວ​ພັນ​ດ້ານ​ການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃຫ້​ໝັ້ນ​ຄົງ​ຕື່ມ​ອີກ ເພື່ອ​ສາ​ມາດ​ຄ້ຳ​ປະ​ກັນ​​ໄດ້​ຢ່າງ​ແຂງ​ແຮງ​ຕໍ່​ການ​ຮັກ​ສາ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ.

    ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ຍັງ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ສອງ​ປະ​ເທດ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ລົງ​ທຶນ ແລະ​ຫວັງ​ເຫັນ​ຄວາມ​ຄືບ​ໜ້າ​ຢ່າງ​ແທ້​ຈິງຫຼາຍກວ່າ​ເກົ່າ ໃນ​ການຫຼຸດ​ຜ່ອນ​ກຳ​ແພງ​ການ​ຄ້າ, ການ​ປະ​ຕິ​ບັດ​ກະ​ຕິ​ກາ​ການ​ຄ້າ​ທີ່​ຮັບ​ຮູ້​ໃນ​ທົ່ວ​ໂລກ, ຫຼີກ​ເວັ້ນ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ, ຍົກ​ສູງ​ຄວາມ​ໂປ່ງ​ໃສ​ຂອງ​ນະ​ໂຍ​ບາຍ, ເພີ່​ມ​ທະ​ວີ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ