ອາ​ເມ​ລິ​ກາ​ຈະ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ສະຫະພັນ​ສາກົນ​ຕໍ່ຕ້ານ​ກຸ່ມIS
2017-03-10 10:41:42  cri 
ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ຖະ​ແຫຼ​ງ​ໃນ​ວັນ​ທີ 9 ມີນາ​ນີ້​ວ່າ: ທ່ານ​ເຣັກສ ທີ​ວ​ເລີ​ຊັນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ຈະ​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ສະຫະພັນ​ສາກົນ​ຕໍ່ຕ້ານ​ກຸ່ມISຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ໃນ​ວັນທີ 22 ມີນາ​ນີ້​ເພື່ອ​ປຶກສາ​ຫາລື​ແຜນ​ດຳ​ເນີນ​ງານ​ເລັ່ງຕໍ່ຕ້ານ​ກຸ່ມIS.

ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາລະ​ບຸ​ວ່າ: ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ບັນດາ​ປະ​ເທດ​ສະມາຊິ​ກາ​ສະຫະພັນ​ສາກົນ​ຕໍ່ຕ້ານ​ກຸ່ມIS​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ ​ເຊິ່ງ​ເປັນ​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທຳ​ອິດ​ຂອງ​ສະຫະພັນ​ດັ່ງກ່າວ.

ຖະ​ແຫຼ​ງການ​ລະບຸ​ວ່າ: ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ກຸ່ມIS​ໄດ້​ເຂົ້າ​ສູ່​ໄລຍະ​ສຳຄັນ​ແລ້ວ ຜູ້​ເຂົ້າ​ຮ່ວມກອງ​ປະຊຸມ​ຈະ​ຫາລື​ວຽກ​ງານ​ສຳຄັນ​ຫຼາຍ​ຢ່າງໃນ​ບາດກ້າວ​ຕໍ່​ໄປ​ຂອງ​ສະຫະພັນ​ສາກົນ​ຢ່າງ​ລະອຽດ​ເປັນ​ຕົ້ນ​ການ​ທະຫານ,ການ​ທະນາຄານ, ການ​​ໂຄສະນາ​ແລະ​ອື່ນໆ.

ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ຢືນຢັນ​ໃນ​ກ່ອນ​ໜ້າ​ນີ້​ບໍ່​ດົນ​ວ່າ: ກຸ່ມIS​ໄດ້​ເສຍ​ເຂດທີ່​ໝັ້ນ​ຂອງ​ຕົນ 65% ຢູ່​ອີຣັກ​ແລະ​ຊີຣີ​ແລ້ວ, ສ່ວນໄຮ​ເຕີ ອັນ​ອາບັດ ຫົວ​ໂປ່​ຂອງ​ກຸ່ມIS​ອາດ​ຈະ​ໜີ​ອອກ​ຈາກເມືອງ​ໂມ​ຊົນປະ​ເທດ​ອີຣັກ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ