ໄທ​ຈະ​ຈັດ​ຕັ້ງ​ຂະ​ບວນລົດ​ລາຄາ​ວານ​ຢູນນານ​ຈີນ​ໄປ​ທ່ຽວ​ຊຽງ​ໄໝ່
2017-03-10 10:48:08  cri 
ກິດຈະກຳ "ຂະ​ບວນລົດ​ຄາ​ລາ​ວານ​ຮ້ອຍ​ຄັນ​ທ່ຽວ​ໄທ​ສະຫຼອງ​ບຸນ​ຫົດ​ນ້ຳ​ຢ່າງ​ມີ​ຄຸນ​ນະພາ​ບ2017"​ໂດຍ​ມີ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ເປັນ​ເຈົ້າພາບ​ໄດ້​​ຈັດ​ຂຶ້ນ​ຢູ່​ເມືອງ​ຄຸນ​ໝິງ ​ແຂວງ​ຢູນນານ ​ສປ ຈີນ​ໃນ​ວັນ​ທີ 9 ມີນາ​ນີ້​ໂດຍ​ອົງການ​ດັ່ງກ່າວ​ຈະຈັດຂະ​ບວນລົດ​ຮ້ອຍ​ກວ່າ​ຄັນ​ຢູ່​ແຂວງ​ຢູນນານ​ເດີນທາງ​ໄປ​ທ່ຽວ​ຊຽງ​ໄໝ່​ເພື່ອ​ຮ່ວມ​ສະຫຼອງບຸນ​ຫົດ​ນ້ຳ​ໃນ​ຕົ້ນ​ເດືອນ​ເມສາ​ທີ່​ຈະ​ມາ​ເຖິງ​.

ທ່ານ​ຫຼີສຽນ​ຕຸ່ງ ພະນັກງານ​ສຳນັກງານ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ປະຈຳ​ຄຸນ​ໝິງ​ໃຫ້​ຮູ້​ວ່າ: ​ເນື່ອ​ງ​ໃນ​ໂອກາດ​​ໄທ-ຈີນສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 42 ປີ, ​ໄທ​ຈັດ​ກິດຈະກຳ​ນີ້ກໍ​ເປັນ​ໂຄງການ​ທ່ອງ​ທ່ຽວ​ສຳຄັນ​ໃນ​ປີ 2017 ຂອງ​ປະ​ເທດ​ຕົນ​ເຊັ່ນ​ດຽວ​ກັນ, ​ເຊິ່ງກິດຈະກຳ​ເທື່ອ​ນີ້​ຈະ​ດຳ​ເນີນ​​ໄປ​ເປັນ​ເວລາ 8 ວັນ ​ແລະ​ຂະ​ບວນລົດຈະ​ອອກ​ເດີນທາງ​ຈາກ​ບໍ່​ຫານ​ແຂວງ​ຢູນນານ ຜ່ານ​ຫ້ວຍຊາຍ, ຊຽງ​ລາຍ,ຊຽງ​ແສນ, ບໍ່​ເຕັນແລະອື່ນໆ, ສຸດ​ທ້າຍ​ຈະ​ກັບຄືນ​ສູ່​ບໍ່​ຫານ​ແຂວງ​ຢູນນານ​​ແລະ​ຄາດ​ວ່າ​ກິດຈະກຳ​ຄັ້ງ​ນີ້​ຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​ແລະ​ຄວາມ​ຊົງ​ຈຳ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ​ໄດ້​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ