ການ​ເຈລະຈາອັສທາ​ນາ​ກ່ຽວ​ກັບ​ບັນຫາ​ຊີຣີຮອບ​ທີ 3 ຈະຈັດ​ຂຶ້ນ​​ໃນ​ວັນ​ທີ 14 ມີນາ​ນີ້
2017-03-10 16:34:47  cri 
ກະຊວງ​ການ​ຕ່າງປະ​ເທດ​ສາທາລະນະ​ລັດ​ກາ​ຊັກ​ສະຖານ​ແຈ້ງ​ຂ່າວ​ວ່າ: ການ​ເຈລະ​ຈາ​ອັສທາ​ນາ​ກ່ຽວ​ກັບ​ບັນຫາ​ຊີຣີຮອບ​ທີ 3 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ອັສທາ​ນາ​ປະ​ເທດ​ຕົນ​ລະຫວ່າງ​ວັນ​ທີ 14-15 ມີນາ​ນີ້.
 ຕາມ​ແຜນ​ຂອງ​ຝ່າຍ​ເຈົ້າພາບ​ຈະ​ຈັດການ​ປຶກສາ​ຫາລື​ເບື້ອງ​ຕົ້ນ​ໃນ​ວັນ​ທີ 14 ມີນາ​ນີ້​ຢູ່​ນະຄອນຫຼວງ​ອັສທາ​ນາ ​ແລະ​ຈະ​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ໃນ​ວັນ​ທີ 15 ​ໂດຍ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງຣັດ​ເຊຍ, ຕວກກີ​ແລະອີຣານຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້. ນອກ​ນີ້, ສອງ​ຝ່າຍ​ດັ່ງກ່າວກໍ​ໄດ້​ສົ່ງ​ຄຳ​ເຊີນ​ໄປ​​ໃຫ້ຜູ້​ແທນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ,ອາ​ເມ​ລິ​ກາ​ແລະ​ຊອກ​ດາ​ນີ​ແລ້ວ, ສ່ວນ​ຜູ້ຕາງໜ້າ​ຂອງ​ລັດຖະບານ​ຊີຣີ​ແລະ​ຝ່າຍ​ຕໍ່ຕ້ານ​ລັດຖະບາ​ນາ​ຊີຣີຍັງ​ບໍ່​ທັນ​ໄດ້​ໃຫ້​ຄຳ​ຕອບ​​ເທື່ອ​ວ່າ​ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຫຼື​ບໍ່.

ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ສາທາລະນະ​ລັດ​ກາ​ຊັກ​ສະຖານ, ຣັດ​ເຊຍ, ຕວກກີ​ແລະ​ອີຣານ​ໄດ້​ດຳ​ເນີ​ນການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ຊີຣີມາ​ສອງ​ຮອບ​ແລ້ວ​ຢູ່​ອັສທາ​ນາ ​ແລະ​ພາຍ​ໃຕ້​ຂອບ​ການເຈລະຈາ, ສາມ​ປະ​ເທດ​ດັ່ງກ່າວ​ໄດ້​ບັນລຸ​ການ​ເຊັນ​ສັນຍາ​ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ກົນ​ໄກ​ສາມ​ຝ່າຍ​ເພື່ອ​ຈະ​ຕິດຕາມ​ກວດກາ​ແລະ​ຮັບປະກັນ​ສັນຍາ​ຢຸດ​ຍິງ​ຊີຣີ​ໄດ້​ຮັບ​ການປະຕິບັດ​ຢ່າງ​ເຖິງ​ຖອງ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ກະທຳທີ່​ເປັນ​ການ​ທ້າ​ທາຍ​ເກາະ​ຜິດ​ໃດໆທັງ​ນັ້ນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ