ອາ​ເມ​ລິ​ກາ​ຢືນຢັນ​ວ່າ​​ໃນ​ຕໍ່ໜ້າ​ອາດຈະ​ເພີ່ມ​ກຳລັງ​ຮົບ​ປະຈຳ​ຢູ່​ຊີຣີ
2017-03-10 17:16:50  cri 
ທ່ານ​ໂຈ​ເຊັຟ ​ໂວ​ເທວ ຜູ້​ບັນຊາ​ການ​ກອງ​ບັນຊາ​ການ​ສູນ​ກາງ​ກອງທັບ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 9 ມີນາ​ນີ້​ວ່າ: ​ໃນ​ຕໍ່ໜ້າ​ອາດ​ຈະ​ຕ້ອງ​ເພີ່ມ​ກອງ​ກຳລັງ​​ອາ​ເມ​ລິ​ກາໄປ​ຊີຣີ​ເພື່ອ​ຮັກສາ​ສະ​ຖຽນລະ​ພາບ​ຂອງ​ປະ​ເທດ​ດັ່ງກ່າວ.

ທ່ານ​​ໂວ​ເທວກ່າວ​ໃນ​​ໂອກາດ​ເຂົ້າ​ຮ່ວມ​ການ​ຟັງ​ຄຳ​ໃຫ້ການ​ຂອງ​ຄະນະ​ກຳມະການ​ການ​ທະຫານ​ສະພາ​ສູງ​ອາ​ເມ​ລິ​ກາ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 9ມີນາ​ນີ້​ວ່າ ຂະນະ​ທີ່​ການ​ປະຕິບັດ​ການ​ທາງ​ການ​ທະຫານ​ໂຈມ​ຕີ​ກຸ່ມ​ຫົວ​ຮຸນ​ແຮງISຢູ່​ຊີຣີ​ໄດ້​ເຂົ້າ​ສູ່​ໄລຍະທ້າຍ, ການ​ປະຕິບັດ​ການ​ທາງ​ການ​ທະຫານ​ຂອງ​ອາ​ເມ​ລິ​ກາ​ຈະ​​ເນັ້ນ​ເປົ້າ​ໝາຍ​ໃນ​ການ​ຮັກສາ​ສະ​ຖຽນລະ​ພາບ​ແລະ​ດ້ານ​ອື່ນໆ​ຫຼາຍ​ກວ່າ, ​ໃນ​ຕໍ່ໜ້າ​ອາດ​ຈະ​ຕ້ອງ​ໄດ້​ສົ່ງ​ກອງ​ກຳລັງ​ໄປ​ຊີຣີຫຼາຍ​ກວ່າ​ເກົ່າ.

ຂະ​ນະ​ດຽວ​ກັນ,ທ່ານ​​ໂວ​ເທວກໍ່​ປະຕິ​ເສດ​ເປີດ​ເຜີຍ​ຍອດ​ຈຳນວນ​ທະຫານ​ອາ​ເມ​ລິ​ກາ​ທີ່​ຈະ​ສົ່ງ​ໄປ​ຊີຣີ​ເພີ່ມ​ຕາມ​ແຜນການ. ​ແຕ່​​ສື່​ມວນ​ຊົນ​ຫຼາຍ​ສຳນັກ​ຂອງ​ອາ​ເມ​ລິ​ກາ​ເຊິ່ງລວມທັງ​ບໍລິສັດ ABC ລາຍ​ງານ​ວ່າ: ກ່ອນ​ໜ້າ​ນີ້ບໍ່​ດົນ, ອາ​ເມ​ລິ​ກາ​ໄດ້​ສົ່ງ​ກອງທັບ​ເຮືອ​ສູ້​ຮົບ​ເທິງ​ບົກ​ແລະ​ກອງ ​ຕີ​ພິ​ເສດທະຫານ​ບົກ 400 ຄົນ​ໄປ​ຊີຣີ ​ເຮັດ​ໃຫ້​ທະຫານ​ອາ​ເມ​ລິ​ກາ​ທີ່​ປະຈຳ​ຢູ່​ຊີຣີ​ເພີ່ມ​ຂຶ້ນ​ເປັນ 900 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ