ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຄວນ​ເປັນ​ແມ່​ແຮງ​ຊຸກຍູ້​ການ​ພັດທະນາ​ຂອງ​ພາກ​ພື້ນ
2017-03-10 17:28:15  cri 

ພິທີ​ສ້າງ​ຕັ້ງ​ກອງ​ເລຂາ​ຈີນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 10 ມີນາ 2017 ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໂດຍ​ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ, ທູຕານຸທູດ 5 ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ​ປະຈຳ​ຈີນ,ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ​ແລະ​ແຂກ​ຖືກ​​ເຊີນທັງ​ຈີນ​ແລະ​ຕ່າງປະ​ເທດ​ປະມານ 200 ທ່ານ​ເຂົ້າ​ຮ່ວມ.

ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຈີນ​ປາ​ໄສ​ໃນ​ພິທີ​ວ່າ: ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ແລະ​ຜູ້ນຳ5 ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ​ໄດ້​ຮ່ວມ​ກັນ​ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຢູ່​ເມືອງ​ຊານ​ຢ້າ​ແຂວງ​ໄຫ​ຫຼຳ​ໃນ​ເດືອນ​ມີນາ​ປີຜ່ານມາ. ​ໃນ​ເວລາ​ບໍ່​ຮອດ​ໜຶ່ງ​ປີ, ​ໄດ້​ສ້າງ​ກົນ​ໄກ​ພົບ​ປະ​ໃນ​ຫຼາຍ​ລະດັບ​ແລະ​ສ້າງ​ຂອບ​ການ​ຮ່ວມມື 3+5 ​ແລະ​ໄດ້​ຮັບ​ຄວາມ​ຄືບໜ້າ​ຢ່າງ​ພົ້ນ​ເດັ່ນ​ໃນ​ຫຼາຍ​ດ້ານ​ເປັນ​ຕົ້ນ ການ​ປະ​ຕິບັດ​45ໂຄງການສຳ​ເລັດ​ຜົນໄລຍະ​ຕົ້ນ, ສ້າງ​ຕັ້ງ​ໜ່ວຍ​ງານ​ປະສົມ​ຂົງ​ເຂດ​ບູລິ​ມະ​ສິດ ອັນ​ໄດ້​ສ່ອງ​ແສງ​ຄວາມ​ໄວ​ແລະ​ປະສິດທິ​ຜົນ​ຂອງ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ. ຈຸດ​ພິ​ເສດ​ຂອງ​ການ​ຮ່ວມ​ມື​ດັ່ງກ່າວ​ຄື​ຕິດ​ແທດ​ຕົວ​ຈິງ​ແລະ​ມີ​ປະສິດທິພາບ​ສູງ, ຈະ​ບໍ່​​ເປັນ​ກົນ​ໄກ​ຫາລື​ແບບ​ບໍ່​ມີ​ປະ​ໂຫຍ​ດ, ​ແຕ່​ເປັນ​ແມ່​ແຮງ​ຕົວ​ຈິງ​ໃນ​ການ​ຊຸກ​ຍູ້​ຂະບວນການ​ຮ່ວມ​ມື​ຮ່ວມ​ມື​ຢ່າງ​ໜັກ​ແໜ້ນ​ແລະ​ຕໍ່​ເນື່ອງ, ​ເຮັດ​ໃຫ້ 6 ປະ​ເທດ​ລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ລ້ວ​ນ​ແຕ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ຈາກ​ການ​ຮ່ວມ​ມື​ດັ່ງກ່າວ.

ທ່ານ​ຫວງ​ຢີ້ຢືນຢັນ​ວ່າ: ການ​ສ້າງ​ຕັ້ງ​ກອງ​ເລຂາ​ຈີນ​ສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ໃໝ່​ວ່າ ລັດຖະບານ​ຈີນ​ຍິນ​ດີ​ຮ່ວມ​ມື​ກັບ 5 ປະ​ເທດ​ລຸ່ມ​ແມ່​ນ້ຳຂອງ​​ສົ່ງ​ເສີມ​ຄວາມ​ຕັ້ງ​​ໃຈ​ແລະ​ຄວາມ​ຕັດສິນ​ໃຈ​ໃນ​ການ​ຮ່ວມ​ມື.ພວກ​ເຮົາຈະ​ສ້າງ​ຕັ້ງ​ໜ່ວຍ​ງານ​ປະສົມ​ໃນ​ທຸກ​ຂົງ​ເຂດ​ບຸລິມະ​ສິດ,​ແລະ​ປະຕິບັດ​ໂຄງການ​ເບື້ອງ​ຕົ້ນ​ໃຫ້​ສຳ​ເລັດ​ຜົນ​ພາຍ​ໃນ​ປີ​ນີ້,ສຸມ​ໃສ່​ສ້າງ​ຕັ້ງ​ແຜນ​ດຳ​ເນີນງານ 5 ປີ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ,​ເພື່ອ​​ກະກຽມ​ເປັນ​ຢ່າງ​ດີ​ໃຫ້​ແກ່​ການ​ພົບ​ປະ​ລັດຖະມົນຕີ​ການ​ຕ່າງປະ​ເທດ​​ໃນ​ຕໍ່ໜ້າ​ແລະ​ກອງ​ປະຊຸມ​ສຸດ​ຍອດຄັ້ງ​ຕໍ່​ໄປ. ພວກ​ເຮົາ​ຍັງ​ຈະ​ເພີ່ມ​ທະວີການ​ແລກປ່ຽນ​ດ້ານ​ວັດທະນະທຳ​. ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ຂອງ 6 ປະ​ເທດ, ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ບໍ່​ພຽງ​ແຕ່​ຈະ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ6 ປະ​ເທດ​ຂຶ້ນ​ສູ່​ລະດັບ​ໃໝ່​ເທົ່າ​ນັ້ນ,ຍັງ​ຈະ​ຊຸກຍູ້​ຂະ​ບວນການ​ເຊື່ອ​ມໂຍງ​ເປັນອັນໜຶ່ງ​ອັນ​ດຽວ​ກັນ​ຂອງ​ອາ​ຊຽນ​ແລະ​ສະໜັບສະ​ໜູນ​ການສ້າງ​ປະຊາ​ຄົມ​ອາ​ຊຽນອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ